ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-28 19:03:00    
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສິງ​ກະ​ໂປ​ກ່າວ​ວ່າ​ຈີນ​ສິງ​ກະ​ໂປ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 28 ພຶດສະພາ​ນີ້,ທ່ານ​ນາງ​ຈ່າງ​ສຽວ​ຄ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ສິງກະ​ໂປ​ກ່າວ​ວ່າ, ຈີນ​ກັບ​ສິງກະ​ໂປ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກໆ​ດ້ານຕື່ມ​ອີກ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຄະນະນັກ​ຂ່າວ​ຂອງ​ການທ່ອງ​ທ່ຽວ​ແຫ່ງ​ການ​ຮ່ວມ​ມື​ຈີນ​ກັບ​ອາຊ​ຊຽນ,ທ່ານ​ນາງ​ຈ່າງ​ສຽວ​ຄ່າງ​ກ່າວ​ວ່າ, ການ​ພົວພັນ​ຈີນ​ສິງກະ​ໂປ​​ໄດ້​ຂະຫຍາຍຕົວ​ຢ່າງ​ສະດວກ,​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມືຢູ່ຕາມສະຖານ​ທີ່​ກາ​ນທູດ​ຫລາຍ​ຝ່າຍ​ໃນ​ສາກົນ.ທ່ານ​ນາງ​ຈ່າງ​ສຽງ​ຄ່າງ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ທ່ອງ​ທ່ຽວ​ແຫ່ງ​ການ​ຮ່ວມ​ມື​ຈີນ​ອາຊ​ຊຽນ,​ເຫັນ​ວ່າ,ການ​ເຄື່ອນ​ໄຫວ​ນີ້​ສາມາດ​ເຮັດ​ໃຫ້ປະຊາຊົນ​ຈີນ​ກັບປະຊາຊົນ​ບັນດາ​ປະ​ເທດ​ອາຊຽນ​ເຂົາ​ໃຈ​ກັນ​ຫລາຍ​ຂຶ້ນ.

ຄະນະນັກ​ຂ່າວ​ການທ່ອງທ່ຽວ​ແຫ່ງ​ການ​ຮ່ວມ​ມື​​ຈີນ​ອາຊຽນ​ໄດ້​ເດີນທາງ​ໄປ​ຮອດ​ສິງກະ​ໂປ​ໃນ​ວັນ​ທີ 27 ພຶດສະພາ​ນີ້,ແມ່ນ​ປະ​ເທດ​ທີ 7 ທີ່ພວກ​ເຂົາ​ເຈົ້າ​ໄປ​ສຳພາດ​ໃນ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້.