ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-28 20:33:24    
ທ່ານ​ລິວ​ຢຸນຊ່ານ​ພົບ​ປະ​ຄະນະ​ຜູ້​ແທນ​ເລຂາ​ຄະນະພັກແຂວງ​ຂອງຫວຽດນາມ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຕອນ​ບ່າຍວັນ​ທີ 28 ພຶດສະພາ​ນີ້, ​ໃນ​ຫໍ​ສະພາປະຊາຊົນ, ທ່ານ​ລິວ​ຢຸນຊ່ານ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ຫົວໜ້າ​ຄະນະໂຄສະ​ນາ​ການສູນ​ກາງ​ພັກກອມ​ມູນິດ​ຈີນ​ໄດ້​ພົບ​ປະຄະນະ​ຜູ້​​ແທນ​ເລຂາ​ຄະນະ​ພັກ​ແຂວງ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ທີ່​ນຳ​ໂດຍ​ທ່ານຝົງກວກ​ຫຽນກຳມະການ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ, ​ເລຂາ​ຄະນະ​ພັກ​​ແຂວງອຽນ​ບາຍ.

ທ່ານ​ລິວ​ຢຸນຊ່ານ​ກ່າວ​ວ່າ, ພາຍ​ໃຕ້​ການ​ອົບຮົມດ້ວຍ​ຄວາມ​ພາກພ​ພຽນ​ຂອງ​ຜູ້ນຳຫຼາຍ​ເຊັ່ນ​ຄົນ​ຂອງ​ສອງ​ຝ່າຍ, ມິດຕະພາບ​ອັນ​ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໄດ້​ປັບປຸງ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ​​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາໃຫ້​ປະຊາຊົນ​ສອງ​ປະ​ເທດ, ​ພວກ​ເຮົາຄວນ​ຮັກສາ​ຢ່າງພກພຽນ​ແລະ​ຖະໜອມ​ຫວງ​ແຫນຢ່າງ​ຄຸບ​ເທົ່າ. ພັກ​​ແລະ​ລັດ​ຈີນ​ຈະ​ພ້ອມ​ກັນ​ກັບ​ຝ່າຍ​ຫວຽດນາມ, ຊຸກ​ຍູ້​​ໃຫ້ການ​ພົວພັນ​ບ້ານ​ໃກ້​ເຮືອນຄຽງ​ແລະການ​ຮ່ວມ​ມື​ຮອບດ້ານລະ​ຫວ່າງ​ຈີນ​ກັບ​ຫວຽດນາມຂຶ້ນ​ສູ່​ລະດັບສູງ​ໃໝ່.

ທ່ານຝົງກວກ​ຫຽນກ່າວ​ວ່າ, ຝ່າຍ​ຫວຽດນາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງສອງ​ພັກ​ແລະສອງລັດ​ຫວຽດນາມ​ກັບ​ຈີນ​, ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຊອກ​ຄົ້ນ​ທິດ​ສະ​ດີແລະ​ບົດຮຽນ​ພຶດຕິ​ກຳ​​​ອັນ​ສຳຄັນ​ຂອງ​ພັກ​ຈີນ​ໃນ​ການ​ນຳພາ​ດຳ​ເນີນ​ພາລະກິດ​ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ, ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ຝ່າຍ​ຈີນ, ຮໍ່າຮຽນ​ແລະ​ຖອດ​ຖອ​ນບົດຮຽນ​ເຊິ່ງກັນ​ແລະ​ກັນ, ພ້ອມ​ກັນ​ຊຸກ​ຍູ້​ພາລະກິດ​ສັງຄົມ​ນິຍົມ​​ໃຫ້​ຂະຫຍາຍຕົວໄປ​ໜ້າ.