ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-29 18:35:53    
ທ່ານ​ຫູ​ຈີນ​ທາວ​ຫວັງ​ໃຫ້​ການ​ຮ່ວມ​ມື​ຈີນ​ໄທ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ໂດຍ​ໄວ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 28 ພຶດ​ສະ​ພາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ພົບ​ປະ​ທ່ານ​ສຸລະ​ຍຸດ ຈຸລາ​ນົນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ,ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ,ຫວັງ​ວ່າ​ສອງ​ຝ່າຍ​ຄົງ​ຈະຮ່ວມ​ມື​ກັນ​ຢ່າງ​ສະ​ຫນິດ​ແຫນ້ນ,ຊຸກ​ຍູ້​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຮອບດ້ານ ​ໃນ​ຫລາຍ​ຂົງ​ເຂດ​ແລະ​ຫລາຍ​ລະ​ດັບ​ລະ​ຫວ່າງ​ຈີນ​ກັບ​ໄທ​​ໃຫ້ໄດ້​ຮັບ​ຜົນ​ໂດຍ​ໄວ,​ແລະ​ໃຫ້ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ​​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ໄວ.

ທ່ານ​ສຸລະ​ຍຸດ​ກ່າວ​ວ່າ, ລັດຖະບານ​ໄທ​ຂອບ​ໃຈ​ລັດຖະບານ​ຈີນ​ທີ່​ໄດ້​ໃຫ້ການ​ສະຫນັບສະຫນູນ​ແລະ​ເຂົ້າ​ໃຈ​ຝ່າຍ​ໄທ​ຕະຫລອດ​ມາ.ທ່ານ​ກ່າວ​ລື້​ມ ວ່າ​ລັດຖະບານ​ໄທ​ຈະ​ສືບຕໍ່ຍຶດຫມັ້ນນະໂຍ​ບາຍ​ຈີນ​ດຽວ,​ແລະ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງຕໍ່​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,​ແລະ​ກ່າວ​ວ່າ​ຍິນ​ດີຮັດ​ແຫນ້ນ​ການ​ພົວພັນ​ປະສານ​ສົມທົບ​ແລະ​​ຮ່ວມມື​ກັບ​ຈີນ​ຕື່ມອີກ.

ມື້​ດຽວ​ກັນ, ຢູ່​ປັກ​ກິ່ງ,ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກັບ​ທ່ານ​ສຸລະ​ຍຸດ ຈຸລາ​ນົນ ນາຍົກ​ລັດຖະມົນຕີ​ໄທ​ໄດ້​ເຊັນ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ຣ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ໄທ​,​ເພື່ອ​ກຳນົດ​ເປົ້າຫມາຍ​ລະອຽດ​ໃຫ້​ແກ່ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຈີນ​​ໄທ.ທ່ານ​ເວິນ​ເຈ່ຍ​ປາວ​ຍັງ​ຫວັງ​ໃຫ້​ຈີນໄທ​ສືບຕ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ ວັດທະນະທຳ​ການ​ສຶກສາ​ແລະ​ການ​ປາບ​ຢາ​ເສບ​ຕິດ​ເປັນຕົ້ນ.