ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-30 12:13:54    
ຈີນ​ວາງ​ຂໍ້​ສະ​ເໜີ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ຊີ​ກັບ​ເອີ​ລົບ​ໃຫ້​ມີ​ການ​ພັດ​ທະ​ນາ​ຕື່ມ​ອີກ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​ເອີ​ລົບ​ຄັ້ງ​ທີ​8​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີ​ເກີ​ຂອງ​ເຢຍລະ​ມັນ​ແຕ່​ວັນ​ທີ​28​ຫາ​ວັນ​ທີ​29​ພຶດ​ສະ​ພາ​ນີ້.​ວັນ​ທີ​29​ພຶດ​ສະ​ພາ,​ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ,​ທ່ານ​ຢາງ​ເຈ​ຊື ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ບັນ​ລະ​ຍາຍ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ກັບ​ເອີ​ລົບ​ໃຕ້​ສະຖານະ​ການ​ໃໝ່,​ແລະ​ຕັ້ງ​ໜ້າ​ຕີ​ລາ​ຄາ​ຄວາມ​ຄືບ​ໜ້າ​ທີ່​ກົນ​ໄກ​ກອງ​ປະຊຸມ​ອາຊີ​ເອີ​ລົບ​ໄດ້​ຮັບ​ແຕ່​ສ້າງ​ຂຶ້ນ​10​ປີ​ມາ​ນີ້.

ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ກັບ​ເອີ​ລົບ​​ໃຫ້ມີ​ການ​ພັດ​ທະ​ນາ​ຕື່ມ​ອີກ​ໃນ​10 ປີ​ຕໍ່​ໜ້າ,​ທ່ານ​ຢາງ​ເຈ​ຊືຍັງ​ໄດ້ວາງ​ຂໍ້​ສະ​ເໜີ​​ຕ່າງໆ ຄື ຊຸກຍູ້​ລັດທິ​ຫຼາຍ​ຝ່າຍ,​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນດ້ານ​ການ​ເມືອງ;​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ,​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​​ໂລກ​ພັດທະນາ​ຢ່າງກ້ຳ​ເກີ່ງ​ກັນ;​ເສີມ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື,​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ພະ​ລັງ​ງານ,​ຮັບ​ມື​ກັບ​ການ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ບັງ​ເກີດ​ຜົນ;​ໂຄ​ລົບ​ຄວາມ​ຫຼາກ​ຫຼາຍ,​ສືບ​ຕໍ່​ຊຸກ​ຍູ້​ການ​ສົນ​ທະ​ນາ​ລະ​ຫວ່າງ​ອາ​ລະ​ຍະ​ກຳ​ແລະ​ວັດ​ທະ​ນະ​ທຳ​ທີ່ຕ່າງ​ກັນ​ແລະ​ອື່ນໆ.

ທ່ານ​ຢາງ​ເຈ​ຊືຍັງ​ໄດ້​ບັນ​ລະ​ຍາຍ​ຫຼັກໝັ້ນຫຼັກການ​ຂອງ​ຈີນ​ໃນຫຼາຍບັນຫາ ຄື​ບັນຫາ​ນິວ​ເຄຼຍຂອງ​ອີຣານ ບັນຫາ​ປອດ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ເປັນຕົ້ນ,​ໄດ້​​ແນະນຳ​ສະ​ພາບ​ການ​ທີ່​ຈີນ​ກະ​ກຽມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ລົບ​ຄັ້ງ​ທີ​7​ທີ່ຈະ​ຈັດ​ຈັດ​ຂຶ້ນ​ໃນ​ປີ​2008.​ຈີນ​ແມ່ນ​ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ພາຍຫຼັງກອງ​ປະຊຸມ​ໃນ​ວັນ​ທີ29​ພຶດສະພາ​ອັດ​ລົງ​ແລ້ວ,​ເຢຍລະ​ມັນ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າ​ພາບໄດ້​ອອກ​ຖະ​ແຫຼງ​ການ​ກອງ​ປະ​ຊຸມ​,ກ່າວ​ເນັ້ນວ່າ,​ປະ​ເທດ​ຕ່າງໆ​ຂອງ​ເອີ​ລົບ​ແລະ​ອາ​ຊີ​ຄວນ​ນຳ​ໃຊ້​ກົນ​ໄກ​ກອງ​ປະ​ຊຸມ​ອາ​ຊີ​ເອີ​ລົບ,​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື,​ເພື່ອ​ຮັບ​ມື​ກັບ​ບັນຫາ​ແລະ​ການ​ທ້າ​ທາຍ​ທີ່​ປະ​ເຊີນ​ນຳ​ກັນ.