ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-30 18:12:41    
ທ່ານ​ອັບ​ບັສປະກາ​ດວ່າ, ຈະ​ຈັດການ​ເຈລະຈາ​ກັບ​ທ່ານ​ເອຮຸດ ​ໂອນ​ເມິດ​ໃນ​ອາທິດ​ໜ້າ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 29 ພຶດສະພາ​ນີ້, ທ່ານ​​ໂມ​ຮາ​ມຸດອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນປະກາດ​ວ່າ, ທ່ານ​ຈະ​ຈັດການ​ເຈລະຈາ​ກັບ​ທ່ານ​ເອຮຸດ ​ໂອນ​ເມິ​ດ ນາ​ຍົກ​ລັດຖະມົນຕີ​ອິສຣາ​ແອນ​ໃນ​ວັນ​ທີ 7 ມິ​ຖຸນາ, ຫາລື​ບັນຫາ​ຄວາ​ມປອດ​ໄພລະຫວ່າງ​ປາ​ເລັສຕິນກັບ​ອິສຣາ​ແອນ.

ທ່ານ​ອັບ​ບັສກ່າວ​ວ່າ, ​ເຖິງ​ວ່າ​ປະຈຸ​ບັນ, ປາ​ເລັສຕິນກັບ​ອິສຣາ​ແອນ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງກໍ​ຕາມ, ​ແຕ່​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍຍັງຕ້ອງ​ດຳ​ເນີນ​ຕໍ່​ໄປ. ປະຈຸ​ບັນ, ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕິນກຳລັງ​ຄົ້ນຄວ້າ​ຂໍ້​ສະ​ເໜີ​ໃຫ້ຢຸດ​ຍິງກັບ​ອິສຣາ​ແອນ​ທີ່​ທ່ານ​ສະ​ເໜີ​ອອກມາ, ຖ້າ​ຝ່າຍ​ຕ່າງໆມີຄວາມ​​ເຫັນເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມດັ່ງກ່າວ, ທ່ານ​ກໍ່​ຈະ​ນຳ​ສະ​ເໜີ​ໃຫ້​ຝ່າ​ຍອິສຣາ​ແອນ.

ມື້​ດຽວ​ກັນ, ຝ່າຍ​ອິສຣາ​ແອນ​ກໍ່​ໄດ້​ຢືນຢັນ​ຂ່າວ​ກ່ຽວ​ກັບ​ການ​ເຈລະຈາ​ເທື່ອ​ນີ້.