|
![](/images/spacer.gif) |
(GMT+08:00)
2007-05-30 20:13:43
|
![](/images/shim.gif) |
ໄທຫຼຸດອັດຕາເຕີບໂຕຂອງເສດຖະກິດທີ່ຄາດໄວ້ໃນປີນີ້
cri
ຕາມຂ່າວສານຈີນ: ວັນທີ 29 ພຶດສະພານີ້, ເຈົ້າໜ້າທີ່ຊັ້ນສູງຂອງກະຊວງການເງິນໄທໄດ້ປະກາດຫຼຸດອັດຕາເຕີບໂຕຂອງເສດຖະກິດທີ່ຄາດໄວ້ໃນປີນີ້ໃຫ້ເປັນ 4%.
ເຈົ້າໜ້າທີ່ຜູ້ນີ້ກ່າວວ່າ, ການປັບປຸງເທື່ອນີ້ຕົ້ນຕໍແມ່ນຍ້ອນແຕ່ຕົ້ນປີນີ້ມານີ້, ການລົງທຶນແລະການບໍລິໂພກພາຍໃນປະເທດໄດ້ຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ. ສ່ວນສະຖານະການການເມືອງຂອງໄທພັດປັ່ນປ່ວນຢ່າງບໍ່ຂາດ, ເຫດການກຳລັງຮຸນແຮງເກີດຂຶ້ນຢູ່ພາກໃຕ້ເລື້ອຍໆ, ລາຄານ້ຳມັນເຊື້ອໄຟສູງຂຶ້ນແລະຄ່າເງິນບາດຂອງໄທກໍເພີ່ມຂຶ້ນຢ່າງຫຼວງຫຼາຍເປັນຕົ້ນລ້ວນແຕ່ແມ່ນປັດໄຈຕົ້ນຕໍທີ່ໄດ້ຄອນແຄນຄວາມໝັ້ນໃຈແຫ່ງການລົງທຶນແລະການບໍລິໂພກ.
ເພື່ອກະຕຸກຊຸກຍູ້ໃຫ້ເສດຖະກິດເພີ່ມຂຶ້ນ, ລັດຖະບານໄທກຳລັງຂ້ຽວເລັ່ງຈັດໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ປີນີ້, ທະນາຄານແຫ່ງປະເທດໄທໄດ້ສັບຊ້ອນ 4 ເທື່ອ, ຫຼຸດອັດຕາດອກເບ້ຍມາດຕະຖານຈາກ 5% ໃນຕົ້ນປີນີ້ລົງເປັນ 3.5% ໃນປະຈຸບັນ.
ນອກນີ້, ສູນຄົ້ນຄວ້າອົງການຊົງອິດທິພົນທີ່ກ່ຽວຂ້ອງກໍ່ຊີ້ອອກວ່າ, ສິ່ງທີ່ຈະກະທົບກະເທືອນເຖິງທ່ວງທ່າເພີ່ມຂຶ້ນຂອງເສດຖະກິດໄທອັນສຳຄັນໃນອະນາຄົດຈະມີດັ່ງນີ້: ທ່ວງທ່າຂອງອັດຕາດອກເບ້ຍນະໂຍບາຍຂອງທະນາຄານໄທ, ຜົນການຕັດສິນຄະດີຍຸບພັກການເມືອງແລະຄະດີສໍ້ລາດບັງຫຼວງ, "ກົດໝາຍວ່າດ້ວຍທຸລະກິດການຄ້າຂອງຊາວຕ່າງປະເທດ" ສະບັບດັດແກ້ສຸດທ້າຍ, ຮ່າງລັດຖະທຳມະນູນສະບັບໃໝ່ແລະຜົນການປ່ອນບັດເອົາປະຊາມະຕິທົ່ວປວງຊົນແລະບັນຫາຈະຈັດການເລືອກຕັ້ງທົ່ວໄປໃນໄຕມາດທີ 4 ຂອງປີນີ້ຫຼືບໍ່.
|
|
|