ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-31 20:42:02    
ເອກ​ອັກ​ຄະນະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ການ​ປັບປຸງ​ແລະ​ການ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວ CRI: ວັນທີ 31 ພຶດສະພາ​ນີ້, ທ່ານ​ລານ​ລີ້​ຈຸ້ນ ​ເອກ​ອັກ​ຄະ​ລະຖະ​ທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ປະຈຸ​ບັນ, ການ​ພົວພັນຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​​ໃນ​ຂົງ​ເຂດ​ຕ່າງໆລະຫວ່າງ​ຈີນກັບ​ອິນ​ໂດ​ເນ​ເຊຍ​ກຳລັງ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ​ແລະ​ຈະ​ໄດ້​ຮັບ​ການ​ປັບປຸງ​ແລະ​ການ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຄະນະນັກ​ຂ່າວ​ແຫ່ງ "ການທ່ອງທ່ຽວ​ເພື່ອ​ການ​ຮ່ວມ​ມື​ຈີນອາຊ​ຽນ", ທ່ານ​ລານ​ລີ້​ຈຸ້ນ​ເວົ້າ​ວ່າ, ການ​ຕົກລົງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​​ເຊຍ​ໄດ້​ຊຸກ​ຍູ້​ການ​ຂະຫຍາຍ​ການຮ່ວມ​ມື​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ໄລຍະປະຫວັດ ສາດໃໝ່, ​ແລະກໍ່​ໄດ້​ຊີ້​ທິດ​ທາງ​ທີ່​ຈະ​ແຈ້ງກວ່າ​ເກົ່າ​ໃຫ້ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍ​ໃນ​ອະນາຄົດ. ປະຈຸ​ບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ກຳ​ລັງ​​ເລັ່ງລັດ​ວາງ​ແຜນການ​ເຄື່ອນ​ໄຫວ​ແຫ່ງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ, ກຳນົດ​ຈຸດ​ໜັກ​ແລະ​ຂົງ​ເຂດ​ຂອງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຈະ​ແຈ້ງ​ແລະ​ລະອຽດຕື່ມ​ອີກ, ​ສ້າງ​ພື້ນຖານ​ແຫ່ງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​​ໃຫ້​ແໜ້ນໜາ​ກວ່າ​ເກົ່າ.