ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-01 20:12:38    
ທ່ານ​ລີ​ກວງ​ຢູ​ຕີ​ລາຄາ​ສູງ​ຕໍ່​ນະ​ໂຍ​ບາຍ​ຂອງ​ຈີນ​ທີ່​ສ້າງ​ສັງຄົມ​ທີ່​ກົມ​ກຽວ​ກັນ

cri Author: sayvanny
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 31 ພຶດສະພາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ,ທ່ານ​ລີກ​ວງຢູ ລັດຖະບູລຸດອາວຸ​ໂສ​ແຫ່ງສິງກະ​ໂປ​ໄດ້​ຕີ​ລາຄາ​ສູງ​ຕໍ່ລັດຖະບານ​ຈີນ​ທີ່​​ໄດ້​ປະຕິບັດ​ນະ​ໂຍບາຍ​ສ້າງ​ສັງຄົມ​ແລະ​ໂລກ​ທີ່​ກົມກຽວ​ກັນ.

ທ່ານ​ລີກ​ວງຢູຊີ້​ອອກ​ວ່າ, ນະ​ໂຍບາຍ​ຂອງ​ຈີນ​ນີ້​ຈະ​ເຮັດ​ໃຫ້​ຈີນ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງຫນ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​,​ແລະ​ຈະ​ຊຸກຍູ້​ເສດຖະກິດ​ຂອງປະ​ເທດ​​ທັງ​ຫມົດ​ທີ່​ມີ​ການ​ພົວພັນ​ການ​ຄ້າ​ແລະ​ການ​ລົງທຶນ​ກັບ​ຈີນ​ໃຫ້ກ້າວ​ໄປ​ຫນ້າ.

ທ່ານ​ລີກ​ວງຢູຊີ້​ອອກ​ວ່າ, ຂໍ້​ສະ​ເຫ​ນີຂອງຈີນ​ກ່ຽວ​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ນຳ​ເອົາຜົນປະ​ໂຫຍ​ດ​ເບື້ອງ​ຕົ້ນມາ​ໃຫ້​ອາຊຽນ​​ແລ້ວ,​ແລະ​ເປັນ​ຊ່ອງ​ທາງ​ບັງ​ເກີດ​ຜົນ​ທີ່​ເຮັດ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ.ປັດຈຸບັນ, ສອງ​ຝ່າຍ​ໄດ້​ຢ່ວງ​ບາດກ້າວ​ອັນ​ດີ​ໃນ​ດ້ານ​ການ​ຄ້າສິນຄ້າ,ດຽວນ​ນີ້​ຄວນ​ເປີດ​ກວ້າງ​ທາງ​ດ້ານ​ການ​ບໍລິການ.ສອງ​ຝ່າຍ​ຄວນ​ເລັ່ງລັດຊຸກ​ຍູ້​ໃຫ້ການລົງທຶນ​ແລະ​ການ​ບໍລິການ​ການບິນ​ໃຫ້ມີ​ຄວາມ​ເສລີ,​ເພື່ອ​ເຮັດ​ໃຫ້​ກຳລັງ​ບົ່ມ​ຊ້ອນ​ທັງ​ຫມົດ​ຂອງ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ກວ່າ​ຫມູ່​​ໃນໂລກ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ເຕັມ​ສ່ວນ.