ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-02 18:25:35    
ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ເພີ່ມ​ທະວີ​ການສົນທະນາ​ແລະ​ການ​ຮ່ວມ​ມື​ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມ​ຈະ​ເລີນ

cri
ຕາມ​ຂ່າວ CRI: ວັນ​ທີ 2 ມິຖຸນານີ້, ​ໃນ​ກອງ​ປະຊຸມ​ຄວາມໜັ້ນຄົງອາຊີ​ຄັ້ງ​ທີ 6, ທ່ານ​ຈ່າງ​ຊິ້ນ​ເຊິ່ງ ຮອງ​ເສນາ​ທິການ​ສູງ​ສຸດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ກ່າວ​ປາຖະກະຖາ​ທີ່​ມີ​ຫົວ​ຂໍ້​ວ່າ: ​ເພີ່ມ​ທະວີ​ການສົນທະນາແລະ​ການຮ່ວມ​ມື, ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນ, ທ່ານຊີ້​ອອກ​ວ່າ, ​ເສັ້ນທາງ​ພັດທະນາ​​ໂດຍ​ສັນຕິ​ຂອງ​ຈີນ​ແມ່ນການ​ພັດທະນາ​ທີ່​ທັງພັດທະນາ​ຕົວ​ເອງ​ໂດຍ​ຜ່ານການ​ສະ​ແຫວງຫາສະພາບ​ແວດ​ລ້ອມ​ສາກົນທີ່​ມີ​ສັນຕິພາບ, ທັງ​ຊຸກ​ຍູ້​ສັນຕິພາບ​ຂອງ​ໂລກ​ດ້ວຍ​ການ​ພັດທະນາ​ຂອງ​ຕົນ, ພະຍາຍາມ​ບັນລຸສັນຕິພາບ, ການ​​ເປີດ​ປະຕູ, ການ​ຮ່ວມ​ມື​ແລະຄວາມ​ກົມກຽວ​ກັນ.

ທ່ານ​ຈ່າງ​ຊີ້ນ​ເຊິ່ງຊີ້​ອອກ​ວ່າ, ​ເຈດ​ຈຳນົງ 3 ຂໍ້​ຂອງ​ຈີນ​ເພື່ອປົກ​ປັກ​ຮັກສາ​ຄວາມ​ຈະ​ເລີ​ນ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກລວມທັງ, ​ເພີ່ມ​ທະວີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸ​ດທະ​ສາດຕື່ມ​ອີກ, ຍຶດໝັ້ນ​ລັດທິຫຼາຍຝ່າຍ​ທີ່​ເປີດ​ປະຕູ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຄວາມໝັ້ນຄົງຕື່ມ​ອີກ.

​ໃນ​​ເວ​ລາກ່າວ​ຄຳ​ປາ​ໄສ, ທ່ານ​ຈ່າງ​ຊີ້ນ​ເຊິ່ງຍັງ​ໄດ້​ບັນ​ລະ​ຍາຍ​ເນື້ອ​​ໃນ​ພື້ນຖານ​ຂອງ​ຈີນ​ກ່ຽວ​ກັບ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ​ໃນ​ອາຊີ​ປາຊິ​ຟິກ, ກໍ່​ຄື, ຍຶດໝັ້ນ​ປະຕິບັດທິດ​ທາງ "ມີ​ໄມຕີ​ຈິດຕໍ່​ບ້ານ​ໃກ້​ເຮືອນ​ຄຽງ, ຖື​ບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ໝູ່​ຄູ່", ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ, ຊຸກ​ຍູ້​ການສົນທະນາແລະ​ການ​ຮ່ວມ​ມື, ລິ​ເລີ່ມຄວາມ​ກົມ​ກຽວກັນ​ແລະຈະ​ເລີ​ນພ້ອມ​ກັນ.