ໃນ 4 ເດືອນຕົ້ນປີນີ້ ມູນຄ່າສົ່ງອອກແລະນຳເຂົ້າກົນຈັກແລະເຄື່ອງໄຟຟ້າຂອງຈີນລື່ນກາຍ 350 ຕື້ໂດລາ
cri
Author: cai
ຕາມຂ່າວCRI:ໃນ 4 ເດືອນຕົ້ນປີນີ້,ມູນຄ່າສົ່ງອອກແລະນຳເຂົ້າກົນຈັກແລະເຄື່ອງໄຟຟ້າຂອງຈີນບັນລຸ 350 ຕື້ 280 ລ້ານໂດລາ,ເພີ່ມຂຶ້ນ 21,6% ເມື່ອທຽບໃສ່ໄລຍະດຽວກັນໃນປີກາຍ.ໃນນັ້ນ,ມູນຄ່າສົ່ງອອກບັນລຸ 202 ຕື້ໂດລາ.
ຜູ້ຊ່ຽວຊານທີ່ກ່ຽວຂ້ອງຄາດຄະເນວ່າ,ປີນີ້,ການສົ່ງອອກແລະນຳເຂົ້າກົນຈັກແລະເຄື່ອງໄຟຟ້າຂອງຈີນຈະເພີ່ມຂຶ້ນຢ່າງປົກກະຕິ,ອົງປະກອບກົນຈັກແລະເຄື່ອງໄຟຟ້າທີ່ສົ່ງອອກຈະສົມເຫດສົມຜົນຕື່ມອີກ,ຈະເພີ່ມຂຶ້ນຊ້າລົງ.
ຕາມສະຖິຕິ,ປີກາຍນີ້,ມູນຄ່າສົ່ງອອກແລະນຳເຂົ້າກົນຈັກແລະເຄື່ອງໄຟຟ້າຂອງຈີນໄດ້ບັນລຸ 970 ຕື້ກວ່າໂດລາ,ເພີ່ມຂຶ້ນ 25% ຂຶ້ນໄປເມື່ອທຽບໃສ່ປີ 2005.
|
|