ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-05 18:07:44    
ຝ່າຍ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ທີ່​ຕິ​ຕຽນ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ກ່ຽວ​ກັບ​ເຫດ​ການ​ການ​ເມືອງ​ປີ​1989

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5ມິຖຸນານີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຍ້ອນ​ຈຸດ​ປະ​ສົງ​ທາງ​ການ​ເມືອງ,​ແຕ່ລະ​ປີອາ​ເມ​ລິ​ກາ​ກໍ​ຕິ​ຕຽນ​ແລະ​ກ່າວ​ໂຈມ​ຕີ​ຝ່າຍ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ເທື່ອ​ແລ້ວ​ເທື່ອ​ອີກ​ໃນ​ເຫດ​ການ​ການ​ເມືອງ​ປີ​1989,​ອັນ​ເປັນ​ການ​ລະ​ເມີດ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຢ່າງ​ໜັກ​ໜ່ວງ,​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮຸນ​ແຮງ,​ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຂງ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ເລື່ອງ​ນີ້.

ຫວ່າງ​ມໍ່ໆ​ນີ້,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ແຈກ​ຢາຍ​ເນື້ອ​ໃນ​ຄຳ​ປາ​ໄສ​ກ່ຽວ​ກັບ​ເຫດການ​ການ​ເມືອງ​ທີ່​ເກີດ​ຂຶ້ນຢູ່​ປັກ​ກິ່ງ​​ເມື່ອ​ປີ1989.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ນາງ​ຈ່ຽງ​ຢູ​ກ່າວ​ວ່າ,​ເຫດ​ການ​ການ​ເມືອງ​ທີ່​ເກີດ​ຂຶ້ນ​ເມື່ອ​ທ້າຍ​ຊຸມ​ປີ1980​​ໄດ້​ມີ​ຂໍ້​ສະ​ຫຼຸບ​ຢ່າງ​ແຈ່ມ​​ແຈ້ງ​ແລ້ວ.​ໃນ​ເກືອບ​ຊາວ​ປີ​ມາ​ນີ້,​ສັງ​ຄົມ​ຈີນ​ໝັ້ນ​ທ່ຽງ,​ເສດ​ຖະ​ກິດ​ພັດ​ທະ​ນາ,​ການ​ສ້າງ​ສາ​ປະ​ຊາ​ທິ​ປະ​ໄຕ​ແລະ​ລະ​ບອບ​ກົດ​ໝາຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ປະ​ຊາ​ຊົນ​ຈີນ​ມີ​ເສລີ​ພາບດ້ານ​ສິດ​ທິ​ມະ​ນຸດ​ຕໍ່​ໜ້າ​ກົດ​ໝາຍ.​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ນາງ​ເວົ້າວ່າ,ຝ່າຍ​ຈີນ​ຮຽກຮ້ອງ​​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຢຸດ​ຕິ​ການ​ກະ​ທຳ​ທີ່​ຜິດ​ພາດ,​ສຳ​ຫຼວດ​ຕົວ​ເອງ​ຢ່າງ​ລະ​ອຽດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລ່ວງ​ລ້ຳ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ​ຂອງ​ຕົນ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ.