ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-06 16:20:16    
ກົດ​ໝາຍ​ພື້ນ​ຖານ​ໄດ້​ຮັບ​ປະ​ກັນ​ສິດ​ແລະ​ເສ​ລີ​ພາບ​ຂອງ​ຊາວ​ຮົງ​ກົງ​ຢ່າງ​ເຕັມ​ສ່ວນ

cri
ຕາມ​ຂ່າວCRI,ວັນ​ທີ6​ມິຖຸນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈິ່ງ​ອິນ​ສວນ ຜູ່​ວ່າການ​ເຂດ​ບໍລິຫາ​ນພິ​ເສດ​ຮົງ​ກົງ​ກ່າ​ວວ່າ,ກົດໝາຍ​ພື້ນຖານ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສາ​ທາ​ລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ສ້າງ​ພື້ນຖານ​ອັນ​ແໝັ້ນ​ແກ່ນ​ໃຫ້​ແກ່ການ​ພັດທະນາ​ໃນ​ດ້ານ​ຕ່າງໆ​ຂອງ​ຮົງ​ກົງ​ເຊັ່ນ​ເສດຖະກິດ,ສັງຄົມ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,​ແລະ​ໄດ້​ຮັບປະກັນ​ສິດ​ແລະ​ເສ​ລີ​ພາບ​ຂອງ​ຊາວ​ຮົງ​ກົງ​ຢ່າງ​ເຕັມ​ສ່ວນ.

ໃນ​ງານ​ສົນທະນາ​ເພື່ອ​ລະ​ລຶກກົດໝາຍ​ພື້ນຖານ​ເຂ​ດບໍລິຫານ​ພິ​ເສດ​ຮົງ​ກົງ​ປະ​ກາດ​ໃຊ້​ຄົບ​ຮອບ10​ປີທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ເຈິ່ງ​ອິ່ນ​ສວນ​ກ່າ​ວວ່າ,​ໃຕ້​ປະຖົມ​ປັດ​ໄຈ​ທີ່​ປົກ​ປັກ​ຮັກສາ​ການ​ປົກຄອງ​ຕາມ​ກົດໝາຍ,ຊາວ​ເມືອງ​ຮົງ​ກົງ​ສາມາດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຕົນ​ໃນ​ສັງຄົມ​ທີ່​ເປີດ​ເຜີຍ.ນອກ​ນີ້,ພາຍ​ໃຕ້​ການ​ຮັບປະກັນ​ຂອງ​ກົດໝາຍ​ພື້ນຖານ,ຮົງ​ກົງ​ໄດ້​ພະ​ຍາ​ຍາມ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ພິ​ເສດ​ຂອງ​ຕົນ,​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ,​ອັນ​ໄດ້​​ຮັບ​ການຮັບຮອງ​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ.​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ກົດ​ໝາຍ​ພື້ນຖານ,ຮົງ​ກົງ​ສາມາດ​ປະຕິບັດ​ວຽກ​ງານ​ກັບ​ພາຍ​ນອກ​ຢ່າງ​ເສ​ລີ,​ລັດ​ຖະ​ບານ​ກາງ​ກໍ​ໄດ້​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ດຳ​ເນີນ​ການ​​ໄປມາຫາ​ສູ່​ກັນ​ກັບ​ຕ່າງ​ປະ​ເທດ​ຕະ​ຫຼອດ​ມາ.​ມັນ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ສຳລັບ​ຮົງ​ກົງ​ທີ່​ປັບ​ປຸງ​ຖານະ​ທີ່​ເປັນ​ເມືອງ​ໃຫຍ່​ສາກົນ.