ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-07 10:10:45    
ພາກ​ກາງ​ຂອງ​ຈີນ​ກາຍ​ເປັນ​ເຂດ​ທີ່​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ໃຫ້​ຄວາມ​ສົນ​ໃຈ

cri

ງານວາງສະ​ແດງກາ​ນຄ້າ​ລົງທຶນພາກ​ກາງຂອງ​ຈີນ​ຄັ້ງ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ເຈິ້ງ​ໂຈ່​ວ ​ແຂວງ​ເຮີນານ ໃນ​ເດືອນ​ແລ້ວ​ນີ້,​ໄດ້​ດຶງດູດ​ບໍລິສັດ300​ກວ່າ​ແຫ່ງ​ໃນ​500ບໍລິສັດ​ທີ່​ເຂັ້ມ​ແຂງ​ໃນ​ໂລກ​ເຊິ່ງລວມທັງ​ໄມ​ໂຄຼ​ຊັອບ​ເມ​ໂຕຼ ກາ​ເລີ​ຟວກເປັນ​ຕົ້ນ​ມາ​ເຂົ້າ​ຮ່ວມ.ພາກ​ກາງຂອງ​ຈີນ​ໄດ້​ກາຍ​ເປັນ​ຈຸດ​ໃໝ່​ທີ່​ນັກ​ທຸ​ລະ​ກິດ​ຕ່າງປະ​ເທດ​ໃຫ້​ຄວາມ​ສົນ​ໃຈ.​

ພາກ​ກາງຂອງ​ຈີນ​ລວມມີ6​ແຂວງ​ຄື​ແຂວງ​ຊ່ານ​ຊີ ​ແຂວງ​ອ່ານ​ຮຸ່ຍ​ແຂວງ​ຈ່ຽງຊີ ​ແຂວງ​ເຮີ​ນານ ​ແຂວງ​ຫູ​ເປ ​ແລະ​ແຂວງ​ຫູ​ນານ,​ລວມ​ມີ​ເນື້ອ​ທີ່1​ລ້ານ​2​ໝື່ນ​8​ພັນ​ກິ​ໂລ​ຕາ​ແມັດ,​ມີ​ປະ​ຊາ​ກອນ360​ລ້ານ​ຄົນ.​ເຂດ​ ນີ້​ມີ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ,​ທັງ​ມີ​ປະ​ຊາ​ກອນ​ຫຼາຍ,​ແມ່ນ​ເຂດ​ຊຸມ​ທາງ​ທີ່​ເຊື່ອມ​ຕໍ່​ພາກ​ຕາ​ເວັນ​ອອກ ພາກ​ຕາ​ເວັນ​ຕົກ ​ພາກ​ເໜືອ​ແລະ ພາກ​ໃຕ້​ຂອງ​ຈີນ,​ທັງ​ແມ່ນ​ແຫຼ່ງ​ຜະ​ລິດ​ແລະ​ສົ່ງ​ອອກ​ທັນ​ຍາ​ຫານ,​ພະ​ລັງ​ງານ​ແລະ ວັດ​ຖຸ​ດິບ​ທີ່​ສຳ​ຄັນ​ຂອງ​ຂອງ​ຈີນ.​ໃນ​ຫຼາຍ​ປີ​ມາ​ນີ້,​ເສດ​ຖະ​ກິດ​ຂອງ​ພາກ​ກາງ​ຈີນ​ໄດ້​ພັດ​ທະ​ນາ​ໄວ​ທີ່​ສຸດ.

ທ່ານ​ອາລີ​ຟີ​ອານ​ໂທ ​ໂຊ​ຟິຢານ​ໂທ​ເຈົ້າ​ໜ້າ​ທີ່​ພະ​ແນ​ກ​ເສດຖະກິດ​ຂອງ​ສະ​ຖານ​ທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ມາ​ເຂດ​ພາກ​ກາງ​ຂອງ​ຈີນ​ ເທື່ອ​ທຳ​ອິດ.ທ່ານ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ເມື່ອ​ໄດ້​ເຫັນ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ເຈິ້ງ​ໂຈ່​ວ.ທ່ານ​ກ່າວ​ວ່າ:​"ກ່ອນ​ຈະ​ມາ​ພາກ​ກາງຂອງ​ຈີນ,ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ​ເຂດ ​ນີ້​ພັດ​ທະ​ນາ​ບໍ່​ດີ​ປານ​ໃດ,​ແຕ່​ເມື່ອ​ມາ​ຮອດ​ນະ​ຄອນ​ເຈີ້​ງ​ໂຈ່​ວ​ແຂວງ​ເຮີນານ​ແລ້ວ​ຈິ່ງ​ຮູ້​ວ່າ​ເມືອງ​ນີ້​ພັດ​ທະ​ນາ​ໄວ​ເປັນ ​ພິ​ເສດ."

ທ່ານ​ໂນ​ເບີດ ​ຄຼາວ​ເຊັນເຈົ້າ ​ເມືອງ​ສະ​​ເວ​ລິນ ເຢຍລະ​ມັນ​ເຖິງ​ວ່າ​ມາ​​ເມືອງ​ເຈິ້ງ​ໂຈ່​ວຫຼາຍ​ເທື່ອ​ແລ້ວ,​ແຕ່​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ຂອງ​ແຫ່ງ​ນີ້​ກໍ​ຍັງ​ເຮັດ​ໃຫ້​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ."ຂ້າພະ​ເຈົ້າ​ມາ​ເຈິ້ງ​ໂຈ່ວ​ເທື່ອ​ທີ​3​ແລ້ວ,​ພາກ​ກາງ​ພັດ​ທະ​ນາ​ໄວ​ຫຼາຍ,​ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ຫຼາຍ."ທ່ານ​ໂນ​ເບີດ ຄຼາວ​ເຊັນ​ມາ​ຈີນ​ເທື່ອ​ນີ້​ສຳ​ຄັນ​ແມ່ນ​ເພື່ອ​ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມື​ລະຫວ່າງ​ເດີ່ນຍົນ​ເມືອງ​ສະ​​ເວ​ລິນ​ເຢຍລະ​ມັນ​ກັບ​ເດີ່ນ​ຍົນ​ເຈີ້​ງ​ໂຈ່​ວ.​ນາງ​ຈ່າງ​​ໄພ້​ຢ້ຽນ ນາຍ​ພາສາ​ຂອງ​ທ່ານ​ບອກ​ວ່າ,​ທ່ານ​ຄຼາວ​ເຊັນ​ຍ້ອງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ພາກ​ກາງ​ຈີນທີ່​ສຸດ.ນາງ​ກ່າວ​ວ່າ:

"​ຫາ​ກໍ່​ລົງ​ຍົນມາ,ທ່ານ​ຄຼາວ​ເຊັນ​ກໍ​ເວົ້າ​ວ່າ,​ນະ​ຄອນ​ຊຽງ​ໄຮ້​ພັດ​ທະ​ນາ​ໄວ​ຫຼາຍ,​ມີ​ຂະໜາດ​ໃຫຍ່​ ສົມ​ຄວນ​ແລ້ວ.​ລະ​ດັບ​ອຸດ​ສາ​ຫະ​ກຳ​ກໍ​ສູງ​ຫຼາຍ. ຕົວ​ເມືອງ​ຢູ່​ພາກ​ກາງ​ຂອງ​ຈີນ​ແບບ​ນີ້​ບໍ່​ໃຫຍ່​ຫຼາຍ​ແຕ່​ກໍ​ບໍ່​ນ້ອຍ,​ຮູ້​ສຶກ​ວ່າ​ສະ​ບາຍ​ດີ,​ແລະ​ກໍ​ຍັງ​ບໍ່​ໄດ້​ພັດ​ທະ​ນາ​ໝົດ​ເທື່ອ,ສະ​ນັ້ນ​ຈິ່ງຍັງ​ມີ​ໂອ​ກາດ​ເຮັດ​ໂຄງ​ການ​ໃຫຍ່​ໄດ້."

ເມື່ອ​ທຽບ​ກັບ​ເຂດ ​ອື່ນ​ແລ້ວ, ​ບາງ​ຂົງ​ເຂດຢູ່​ພາກ​ກາງ​ຂອງ​ຈີນ​ມີ​ທ່າ​ແຮງ​ແທ້,​ຕົ້ນ​ທຶນ​ແຮງ​ງານ​ຢູ່​ແຫ່ງ​ນີ້​ມີ​ແຕ່​ປະ​ມານ​60%​ຂອງ​ພາກ​ຕາ​ເວັນ​ອອກ​ທໍ່​ນັ້ນ,​ຍັງ​ມີ​ແຮງ​ງານ​ຫຼວງ​ຫຼາຍ​ທີ່​ມີ​ຄຸນ​ນະ​ພາ​ບ​ດີ,ທີ່​ດິນ​ໃຊ້​ສຳ​ລັບ​ອຸດ​ສາ​ຫະ​ກຳ​ກໍ​ມີ​1,4​ເທົ່າ​ຂອງ​ພາກ​ຕາ​ເວັນ​ອອກ.​ສະ​ນັ້ນ,ນັກ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​ຫຼວງ​ຫຼາຍ​ຈິ່ງ​ຫັນ​ມາ​ສົນ​ໃຈ​ນຳ​ແຫ່ງ​ນີ້.

ບໍ​ລິ​ສັດ​ເມ​ໂຕຼຂອງ​ເຢຍລະ​ມັນ​ແມ່ນ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ໜຶ່ງ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,​ທ່ານ​ຫວງ​ຈົ່ງ​ເຈະ ຜູ່​ຈັດການ​ໃຫຍ່​ຂອງ​ພະ​ແນກ​ປະ​ຊາ​ສຳ​ພັນ​ບໍ​ລິ​ສັດ​ເມ​ໂຕຼ​ປະ​ຈຳ​ຈີນ​ບອກ​ວ່າ,​ເວົ້າ​ສຳລັບ​ກຸ່ມ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຂອງ​ຕ່າງ​ປະ​ເທດ​ແລ້ວ,​ຜະ​ລິດ​ຕະ​ພັນ​ຂອງ​ພາກ​ກາງ​ຈີນ​ລາ​ຄາ​ຖືກ​ແລະ​ຄຸນ​ນະພາ​ບດີ,​ຍົກ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ໃຫ້​ສູງ​ຂຶ້ນ​ໄດ້.​ທ່ານ​ກ່າວ​ວ່າ:

"​ເຂດ​ພາກ​ກາງຂອງ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ເຮີ​ນານ​ແລະ​ແຂວງ​ຫູ​ນານລ້ວນ​ແຕ່​ແມ່ນ​ແຂວງ​ໃຫຍ່​ດ້ານ​ກະສິກຳ,ມີ​ຊັບພະຍາກອນ​ຜະລິດ​ຕະພັນ​ກະ​ສິ​ກຳ​ແລະ​ອາຫານ​ດິບ​ແລະ​ສົດ​ ອຸດົມ​ສົມບູນ.​ເທື່ອ​ນີ້,ພວກ​ຂ້າພະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ໜ່ວຍ​ຈັດ​ຊື້​ຂອງ​ຂະ​ໜາດ​ໃຫຍ່​,ກໍ​ແມ່ນຢາກມີການ​ຮ່ວມ​ມື​ກັບ​ພໍ່ຄ້າ​ຂາຍສົ່ງແລະ​ຊາວ​ກະສິກອນ​ໂດຍ​ກົງ​ໃນ​ດ້ານ​ໝາກ​ໄມ້​ແລະ​ຜັກ,ຮ່ວມ​ກັນ​ພັດທະນາ​ການປຸງແຕ່ງອາຫານ."

ໃນ​ໄລຍະ​ຈັດ​ງານ​ວາງສະແດງ, ມູນ​ຄ່າຂໍ້​ຜູກ​ພັນ​ທີ່​ເຊັນ​ກັນ​ກັບ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ໃນ​ງານ​ສັງ​ສັນ​ຈັດ​ຊື້​ສິນ​ຄ້າ​ນັ້ນມີ​ເຖິງ​850​ລ້ານ​ຢວນ.​ໃນ​ງານ​ສັງ​ສັນ,​ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ປະ​ກາດ​ໂຄງ​ການ​ດຶງ​ດູດ​ເອົາ​ນັກ​ທຸ​ລະ​ກິດ​ມາ​ລົງ​ທຶນ​ຫຼາຍ​ກວ່າ​1​ໝື່ນ​ໂຄງ​ການ​ເຊິ່ງກ່ຽວ​ພັນ​ເຖິງ​ການ​ຜະ​ລິດ​ອຸ​ປະ​ກອນ,​ອຸດ​ສາ​ຫະ​ກຳ​ເຄມີ​ຖ່ານ​ຫີນ,ອຸດ​ສາ​ຫະ​ກຳ​ອາ​ລູມີ​ນຽມ,​ເຄື່ອງ​ອາ​ໄຫຼ່​ລົດ​ຍົນ,​ພະ​ລັງ​ງານ,​ວັດ​ຖຸ​ດິບ,​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະສິກຳ​ແລະ​ການ​ລ້ຽງສັດ,ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ເດືອນ​ເມສາ​ປີ​ກາຍ​ນີ້,​ຈີນ​ເລີ່​ມປະຕິບັດ​ຍຸດ​ທະ​ສາດ​ສ້າງ​ພາກ​ກາງ​ຈະ​ເລີນ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.ມາຮອດປະຈຸບັນ,ພາກ​ກາງ​ເຕີບ​ໂຕ​ຂຶ້ນ, ພາກ​ຕາ​ເວັນ​ຕົກອພັດ​ທະ​ນາ​ຢ່າງ​ຂະ​ໜາດ​ໃຫຍ່, ​ພາກ​ຕາ​ເວັນ​ອອກສຽງ​ເໜືອຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່,​ ພາກ​ຕາ​ເວັນ​ອອກ​ຂ້ຽວ​ເລັ່ງ​ພັດ​ທະ​ນາ​ໄດ້​ປະ​ກອບ​ເປັນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ແຄວ້ນ​ຂອງ​ຈີນ​ອັນ​ຄົບ​ຖ້ວນ.​ທ່ານ​ສິງ​ສຽງ ຜູ່​ອຳ​ນວຍ​ການ​ຝ່າຍ​ຂາຍ​ຂອງ​ບໍ​ລິ​ສັດ​ການ​ບິນ​ກາ​ລູດາ​ອິນ​ໂດ​ເນ​ເຊຍ ເຫັນ​ວ່າ,​ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ແມ່ນ​ໂອ​ກາດ​ດີ​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ​ເຂດ​ພາກ​ກາງ​ຂອງ​ຈີນ.ທ່ານ​ກ່າວ​ວ່າ:

"ຍ້ອນ​ວ່າ​ປັດຈຸບັນ,ພວກ​ຂ້າພ​ະ​ເຈົ້າ​ແມ່ນໄດ້​ບຸກ​ເບີກ​ຕະຫຼາດຢູ່ປັກ​ກິ່ງ,ຊຽງ​ໄຮ້​ແລະ​ກວາງ​ໂຈ່​ວ ,​ໃຜໆ​ກໍ​ຮູ້​ແລ້ວ​ວ່າ,​ເສດຖະກິດ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ແລ້ວ,​ສະ​ນັ້ນ, ຍຸດ​ທະ​ສາດ​ແຫ່ງ​ຊາດຈິ່ງໄດ້​ຄ່ອຍໆ​ຫັນ​ໄປ​ສູ່ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ.​ໃນ​ຖາ​ນະ​ທີ່​ເປັນ​ບໍລິສັດ​ການບິນຕ່າງປະ​ເທດ,ພວກ​ຂ້າພະ​ເຈົ້າ​ກໍ​ ຢາກ​ຊອກ​ ແຫຼ່ງຜູ່​ໂດຍ​ສານ​ຫຼາຍ​ກວ່າ​ເກົ່າ​ຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ທັງເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະຫຼາດ​ການ​ຂົນ​ສົ່ງ​ທາງ​ຍົນ​ຢູ່​ແຫ່ງ​ນີ້."

ນອກຈາກ​ສະ​ແດງ​ຄວາມ​ສົນ​ໃຈ​ຫຼາຍນຳເຂດ​ພາກ​ກາງຂອງ​ຈີນແລ້ວ,ທ່ານ​ສິງ​ສຽງ​ກໍ​ໄດ້​​ໃຫ້​ຂໍ້​ສະ​ເໜີ​ທີ່​ຈິງ​ໃຈ.ທ່ານ​ກ່າວ​ວ່າ,​ເມື່ອ​ທຽບ​ກັບ​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ,​ເຂດ​ພາກ​ກາງ​ຍັງ​ຢາກອ່ອນແດ່ໃນດ້ານເງື່ອນໄຂ ບໍ​ລິ​ການ ການ​ຄຸ້ມ​ຄອງ​ແລະ​ອື່ນໆ.

ໃນ​ງານ​ວາງ​ສະ​ແດງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ພາກ​ກາງຂອງ​ຈີນ,​ທ່ານ​ໂປ​ຊີ​ໄລ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ທີ່​ຕັ້ງ​ພູມ​ສາດ​ອັນ​ພິ​ເສດ,​ເງື່ອນ​ໄຂ​ຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ,​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ດີ​ງາມ​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ​ເຮັດ​ໃຫ້​ພາກ​ກາງ​ຂອງ​ຈີນ​ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ທາງ​ຕະ​ຫຼາດ​ອັນ​ໃຫຍ່​ຫຼວງ.ພາຍ​ໃນ​ຫຼາຍ​ສິບ​ປີ​ຂ້າງ​ໜ້າ,​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຈະ​ພົບ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ພາກ​ກາງ​ຂອງ​ຈີນ.