ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-07 12:12:34    
ບົດ​ຄວາມ​ຂອງ​ນັກ​ວິ​ຈານ​ຂອງ​ໜັງ​ສື​ພິມ"​ເຢີນ​ມີນ​ຢື້​ປ້າວ"ກ່າວ​ວ່າ ກົດ​ໝາຍ​ພື້ນ​ຖານ​ຂອງ​ຮົງ​ກົງ​ແມ່ນ​ກົດ​ໝາຍ​ທີ່ດີ​ ໄດ້​ຮັບ​ການ​ພິ​ສູດ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ"​ເຢີ​ນມີນຢື້​ປ້າວ" ​ເຊິ່ງ​ເປັນໜັງສືພິມ​ທີ່​ມີ​ອິດ​ທິພົນ​ຫຼາຍ​ກວ່າ​ໝູ່​ຂອງ​ຈີນສະບັບ​ວັນ​ທີ 7 ມິຖຸນາ​​ໄດ້​ພິມ​ບົດ​ຄວາມຂອງນັກວິຈານ,ກ່າວ​ວ່າ,​ກົດ​ໝາຍ​ພື້ນຖານ​ຂອງ​ຮົງ​ກົງ​ແມ່ນ​ກົດ​ໝາຍທີ່ດີ​ ໄດ້​ຮັບ​ການ​ພິ​ສູດ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ.

ບົດ​ຄວາມຂຽນ​ວ່າ,"ກົດ​ໝາຍ​ພື້ນຖານ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ"​ໄດ້​ປະຕິບັດ 10 ປີ​ແລ້ວ.ໃນ​ປະຈຸ​ບັນ,ຢູ່​ຮົງ​ກົງ,ສັງຄົມ​ມີ​ສະຖຽນ​ລະ​ພາບ,​ເສດ​ຖະກິດ​ຈະ​ເລີນ,ປະຊາທິປະ​ໄຕກ້າວໜ້າ,​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ.​ພຶດ​ຕິ​ກຳ​ໃນ 10 ປີແຕ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດມາ​ນີ້​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,"ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ"​ແມ່ນ​ປະຕິບັດໄດ້​ແລະ​​ເປັນ​ໄປ​ໄດ້,ກົດໝາຍ​ພື້ນຖານ​ແມ່ນ​ກົດ​ໝາຍທີ່ດີ ​ ໄດ້​ຮັບ​ການ​ພິ​ສູດ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ,​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮາກ​ຖານ​ຂອງ​ຊາດ​ແລະ​ປະຊາຊົນ,ສອດ​ຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຮົງ​ກົງ.

ບົດ​ຄວາມ​ຊີ້​ອອກ​ວ່າ,ກົດໝາຍ​ພື້ນຖານ​ຂອງ​ຮົງ​ກົງ​ທີ່​ປະ​ກາດ​ເມື່ອ​ປີ 1990 ບັງຄັບ​ໃຊ້​ເມື່ອ​ປີ 1997 ນັ້ນ,​ແມ່ນ​ເອກະສານດ້ານ​ນິຕິ​ກຳສະບັບ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ປະຫວັດ​ສາດ​ແລະ​ຄວາມ​ໝາຍ​ສາກົນ,ກົດໝາຍ​ພື້ນຖານ​ໄດ້​ທຳ​ການ​ປະດິດ​ສ້າງ​ເຮັດ​ໃຫ້ການ​ປົກປັກ​ຮັກສາອະທິປະ​ໄຕ​ແລະເອກະ​ພາບ​​ແຫ່ງ​ຊາດ​ເຊື່ອມ​ໂຍງ​ເຂົ້າກັບ​ການ​ມອບ​ສິດ​ໃຫ້​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ປະຕິບັດ​ການ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ຢ່າງ​ແໜ້ນ​ແຟ້ນ,ໄດ້​ເຮັດ​ໃຫ້​ໂຄງ​ຄວາມ​ຄຶດ​ອັນ​ຍິ່ງ​ໃຫຍ່​ທີ່"ປະ​ເທດ​ດຽວມີ​ສອງ​ລະ​ບອບ"​ແລະ​ທິດ​ທາງ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດຕໍ່​ຮົງ​ກົງນັ້ນ​ເປັນ​ກົດ​ໝາຍ,​ໄດ້​ອອກ​​ແບບສ້າງ​ລະບອບ​ແລະ​​ໂຄງ​ປະກອບ​ຊຸດ​ໃໝ່ໃຫ້​ແກ່​ເຂດ​ບໍລິຫານ​ພິ​ເສດ​ແຫ່ງ​ທຳ​ອິດ​ຂອງ​ຈີນ.​