ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-07 16:04:39    
ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເສິນ​ຢາງ​ຈີນ​ໄດ້​ກຽມ​ພ້ອມ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ງານ​ວາງສະ​ແດງ​ມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ​ໂລກ​ເສິນ​ຢາງ​ຈີນ​ປີ2007​ມີ​ຫົວ​ຂໍ້​ວ່າ: ສືບ​ທອດ​ອາລະຍະ​ທຳຄົງ​ຕົວ​ນຳ​ກັນ​ຢ່າງ​ກົມ​ກຽວ​ກັນ,​ປະ​ຈຸ​ບັນ,​ວຽກ​ງານ​ກະ​ກຽມ​ໄດ້​ສຳ​ເລັດ​ຮຽບຮ້ອຍ​ແລ້ວ​ແລະຈະ​ເປີດ​ສາກ​ໃນ​ວັນ​ທີ​9​ມິ​ຖຸ​ນາ​ນີ້.

ເນື້ອ​ໃນ​ຂອງງານ​ວາງສະ​ແດງ​ມໍລະດົກ​ໂລກ​ຄັ້ງ​ນີ້​ມີ​ມໍ​ລະ​ດົກ​ທຳ​ມະ​ຊາດ,​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,ມໍລະດົກ​ທີ່​ ​ທັງ​​ເປັນທຳ​ມະ​ຊາດ​ແລະ​ທັງ​ເປັນ​ວັດ​ທະ​ນະ​ທຳ​ສອງ​ຢ່າງ​ແລະ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ.​ເມື່ອ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ຜູ່​ສົນ​ໃຈມາ​ເປັນ​ເວລາ​ຫຼາຍ​ເດືອນ,​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​33​ແຫ່ງ​ຂອງ​ຈີນ​ແລະ​ປະ​ເທດ​ທີ່​ມີ​ມໍລະດົກ​ສຳຄັນ57​ແຫ່ງ​ໄດ້​ຢືນຢັນ​ວ່າ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້.

ງານ​ວາງສະ​ແດງ​ມໍລະດົກ​ໂລກ​ເສິນ​ຢາງ​ຈີນ​ປີ2007​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເສິນ​ຢາງ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ແຕ່​ວັນ​ທີ9​ມິຖຸນາ​ຫາ​ວັນ​ທີ9​ຕຸລາ​ປີ​ນີ້.