|
 |
(GMT+08:00)
2007-06-07 17:48:51
|
 |
ຈີນຍິນດີປະກອບສ່ວນເຂົ້າໃນພາລະກິດນຳໃຊ້ອະວະກາດໂດຍສັນຕິ
cri
Author: shuo
ຕາມຂ່າວສານຊິນຮວາ: ໃນກອງປະຊຸມຄັ້ງທີ50ຂອງຄະນະກຳມະການນຳໃຊ້ອະວະກາດໂດຍສັນຕິສະຫະປະຊາຊາດທີ່ຈັດຂຶ້ນຢູ່ນະຄອນວຽນໃນວັນທີ6ມິຖຸນານີ້,,ທ່ານຖາງກົວຊຽງ ຜູ້ຕາງໜ້າຖາວອນຂອງຈີນປະຈຳສະຫະປະຊາຊາດທີ່ນະຄອນວຽນແລະອົງການສາກົນອື່ນໆກ່າວວ່າ,ຈີນຈະເຮັດທີ່ຜ່ານມາ,ສືບຕໍ່ຕັ້ງໜ້າສະໜັບສະໜູນແລະເຂົ້າຮ່ວມວຽກງານຕ່າງໆຂອງຄະນະກຳມະການ,ແລະປະກອບສ່ວນເຂົ້າໃນພາລະກິດນຳໃຊ້ອະວະກາດໂດຍສັນຕິ.
ທ່ານຖາງກົວຊຽງກ່າວວ່າ,ການສຳພາດແລະນຳໃຊ້ອະວະກາດຄວນຮັບໃຊ້ຈຸດປະສົງສັນຕິພາບ,ຄວນຊອກຫາຜົນປະໂຫຍດໃຫ້ມວນມະນຸດ,ຕ້ອງໃຊ້ມາດຕະການຕື່ມອີກເພື່ອປ້ອງກັນບໍ່ໃຫ້ອະວະກາດຫັນເປັນອາວຸດແລະບໍ່ໃຫ້ຊ່ວງເສັງກຳລັງລົບຢູ່ອະວະກາດ.
ທ່ານຖາງກົວຊຽງເວົ້າວ່າ,ການປົກປ້ອງສິ່ງແວດລ້ອມອະວະກາດແມ່ນການຮັບປະກັນພື້ນຖານໃຫ້ການເຄື່ອນໄຫວຂອງມະນຸດຢູ່ອາວະກາດມີການພັດທະນາຢ່າງຕໍ່ເນື່ອງໄດ້,ກໍແມ່ນໜ້າທີ່ຮັບຜິດຊອບຮ່ວມກັນຂອງປະເທດທີ່ນຳໃຊ້ອະວະກາດ.ຝ່າຍຈີນຍິນດີພ້ອມກັນ ກັບຝ່າຍຕ່າງໆ,ພ້ອມກັນຄົ້ນຄວ້າຫາລືແລະຊຸກຍູ້ການປະຕິບັດວິທີທີ່ມີຜົນດີຕໍ່ການນຳໃຊ້ອະວະກາດໂດຍສັນຕິ.
|
|
|