ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-08 12:06:23    
ກອງ​ປະ​ກອບ​ອາວຸດ​ 10+3 ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຂົງ​ເຂດ​ກູ້​ໄພ​ສາ​ກົນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 7 ມິຖຸນາ​ນີ້,ກອງ​ປະຊຸມສຳ​ມະ​ນາ​ກູ້​ໄພສາ​ກົນ​ລະ​ຫວ່າງ​ກອງ​ປະກອບ​ອາວຸດ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ ສາທາລະນະ​ລັດ​ເກົາຫຼີ​(10+3)ຄັ້ງປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊື​ເຈ່ຍ​ຈ່ວງ ພາກ​​ເໜືອ​ຈີນ​ໄດ້​ອັດ​ລົງ.

ກອງ​ປະຊຸມ​ສຳ​ມະ​ນາ​ດຳ​ເນີນ 5 ມື້,ມີ​​ເນື້ອ​ໃນ​ດັ່ງ​ນີ້​ຄື:ນະ​ໂຍບາຍ​​ແລະ​ເຈດ​ຈຳນົງ​ຂອງ​ກອງ​ປະກອບ​ອາວຸດ​ປະ​ເທດ​ຕ່າງໆ,ກົນ​ໄກປະສານການ​ບັນຊາຢູ່​​ເຂດ​ທະຫານ,ການຈັດ​ຕັ້ງ​ ບັນຊາ​​ແລະ​ວິທີກູ້​ໄພ,ພ້ອມ​ດ້ວຍ​ການ​ສ້າງສາ​ກົນ​ໄກ​ກົດໝາຍ​ເປັນ​ຕົ້ນ.ນອກ​ນີ້,ຜູ້​ແທນ​ປະ​ເທດ​ຕ່າງ​ໆ​ເຫັນ​ວ່າ,​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມໝັ້ນຄົງບໍ່​ແມ່ນ​ດັ້ງ​​ເດີມ,ນອກຈາກ​ການ​ປ້ອງ​ກັນ​ແລະ​ກູ້​ໄພ​ທຳ​ມະ​ຊາດ​ແລ້ວ,ຍັງ​ມີ​ໄພພິບັດ​ທີ່​ຄົນ​ສ້າງ​ຂຶ້ນ​ຈຳນວນ​ໜຶ່ງ,ຕົວຢ່າງ​ຄື​ການ​ຮ່ວມ​ມື​ດ້ານການ​ກູ້​​ໄພ​ຍົນ​ຕົກ​ແລະ​ໄພ​ພິບັດ​ທາງທະ​ເລ,ກໍ່​ຄວນ​ດຳ​ເນີນ​​ແລະ​ເພີ່ມ​ທະວີຕາມໆ​ກັນ.

ໃນ​ກອງ​ປະຊຸມ​ສຳ​ມະ​ນາ,ຜູ້​ແທນ​ປະ​ເທດ​ຕ່າງໆ​ຮຽກ​ຮ້ອງ​ໂດຍ​ທົ່ວ​​ໄປ​ໃຫ້​ສ້າງ​ກົນ​ໄກ​ປະ​ສານກາ​ນກູ້​ໄພ​ສາກົນ​ທີ່​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ​ພາຍ​ໃນ​ຂອບ"10+3",​ເພື່ອຮັບ​ມືໄວ​ກວ່າ​​ເກົ່າ​ແລະ​ປະຕິບັດ​ຕາມ​ກົນ​ໄກສະດວກ​ກວ່າ​ເກົ່າ​ໃນ​ເວລາ​ເກີດ​​ໄພພິບັດ.