ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-09 19:23:13    
ປັກ​ກິ່ງ​ເລີ່​ມດຳ​ເນີນ​ 10 ກິດຈະການ​ໃຫຍ່ ຊຸກ​ຍູ້​ການ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ເຮືອນ​ແກ້ວ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 9 ມິຖຸນາ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ຂອງ​ນະຄອນປັກ​ກິ່ງ​ວ່າ, ປີ 2007 ​ແມ່ນ​ປີ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ກຽມ​ຈັດ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ, ​ແລະກໍ່​ແມ່ນ​ປີ​ທີ່​ສຳຄັນ​ທີ່​ສຸດ​ເພື່ອບັນລຸ​ເປົ້າ​ໝາຍ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ເຮືອນ​ແກ້ວ​ຂອງ​​ແຜນ​ການ 5 ປີ​ຄັ້ງ​ທີ 11. ​ສະ​ນັ້ນ, ປີ​ນີ້, ປັກ​ກິ່ງ​ຈະ​ເລີ່​ມດຳ​ເນີນ 10 ​ກິດຈະການ​ໃຫຍ່, ​ເຊັ່ນ: ການ​ສັບ​ຊ້ອນ​ອົງ​ປະກອບ​ຂອງ​ຜະລິດຕະກຳ​ເຕັກນິກ​ໃໝ່, ການ​ໂຄສະນາ​ຜະລິດ​ຕະພັນ​ໃໝ່, ​ແລະການ​ປະຢັດ​ພະລັງງານ​ຂອງ​ອົງການ​ລັດ​ຖະບານ​ເປັນ​ຕົ້ນ, ​ເພື່ອ​ຮັບປະກັນ​​ໃຫ້​ບັນລຸ​​ເປົ້າ​ໝາຍ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ເຮືອນ​ແກ້ວ​ຢ່າງ​ສະດວກ.

ເປົ້າ​ໝາຍ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ເຮືອນ​ແກ້ວ​​ໃນ​ປີ 2007 ຂອງ​ເມືອງ​ປັກ​ກິ່ງ​ກໍ່​ແມ່ນ, ​ໃຫ້ການ​ສິ້ນ​ເປືອງ​ພະລັງງານຂອງ​ລວມຍອດ​ມູນ​ຄ່າ​ຜະລິດຕະພັນ​ພາຍ​ໃນ​ປະ​ເທດຫຼື GDP ຫຼຸດລົງ 5%, ການ​ສິ້ນ​ເປືອງ​ນ້ຳ​​ GDP ໃຫ້ຫຼຸດລົງ 5%, ປະ​ລິ​ມານ​ລະບາຍ​ຊຸນ​ເຟີດີ​ອ໌ອກສິດ​ໃຫ້ຫຼຸດລົງ 10%.