ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-09 19:27:21    
ປະທານ​ສະພາ​ຕ່ຳ​ຂອງ​ຟິ​ລິບ​ປິນ​ຮຽກ​ຮ້ອງ​ເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ທະ​ເລ​ສັນ​ຕິ​ພາບ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 8 ມິຖຸນາ​ນີ້, ຢູ່​ມາ​ນິລາ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ຄະນະ​ນັກ​ຂ່າວ​ແຫ່ງ "ການ​ທ່ອງ​ທ່ຽວ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ", ທ່ານ​ໂຮ​ເຊ ​ເດີ ​ເບເນ​ເຊຍ ປະທານ​ສະພາ​ຕ່ຳ​ຂອງ​ຟິລິ​ບປິນກ່າວ​ວ່າ, ຟິລິ​ບປິນ, ຈີນ​ແລະ​ຫວຽດນາມ​ໄດ້ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​​ໂຈະ​ການ​ວິວາດ​ກັນ​ກ່ຽວ​ກັບເກາະດອນ​ທະ​ເລ​ຈີນ​ໃຕ້​, ພ້ອມ​ກັນ​ພັດທະ​ນາ​ຊັບພະ​ຍາກອນ​ບໍ່​ນ້ຳມັນ​ແລະ​ອາຍ​​ແກ໌ສ. ບັນດາ​ປະ​ເທດ​ຄວນ​ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ, ​ເຮັດ​ໃຫ້​ທະ​ເລ​ຈີນ​​ໃຕ້ກາຍ​ເປັນ​ທະ​​ເລ​ແຫ່ງ​ການ​ຮ່ວມ​ມື, ທະ​ເລ​ແຫ່ງ​ສັນຕິພາບ.

ທ່ານ​ເດີ ​ເບ​ເນ​ເຊຍຍັງ​ຊີ້​ອອກ​ວ່າ, ​ແຕ່​ກ່ອນ, ອາ​ເມ​ລິ​ກາ​ກັບຍີ່​ປຸ່ນ​ແມ່ນ​ຄູ່​ການ​ຄ້າ​ຕົ້ນຕໍ​ຂອງ​ອາ​ຊຽນ, ດຽວ​ນີ້, ອາ​ຊຽນ​ໄດ້​ຖື​ຈີນ​ເປັນ​ກຳລັງ​ຊຸກ​ຍູ້​ການ​ພັດທະນາ​ໃນ​ພາກ​ພື້ນ​ນີ້​ແລ້ວ. ຈີນ​ກັບ​ອາ​ຊຽນ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​ປີ 2004, ​ແລະ​ວາງ​ແຜນ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຢ່າງຮອບດ້ານ​ໃຫ້​ສຳ​ເລັດ​​ໃນ​ປີ 2010. ທ່ານ​ເຫັນ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງຈີນ​ກັບ​ຟິລິບ​ປິນ, ​ຈີນ​ກັບປະ​ເທດ​ອາ​ຊຽນຍັງ​ຈະ​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່.