ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-11 16:25:48    
ທ່ານ​ນາງ​ອູ​ອີ​ກ່າວ​ເນັ້ນ​ວ່າ ຈີນຣັດ​ເຊຍ​ຄວນ​ຍຶດ​ໝັ້ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ບັນລຸ​ການ​ພັດ​ທະ​ນາ​ພ້ອມ​ກັນ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ວັນ​ທີ 10 ມິຖຸ​ນາ,ຢູ່​ແຊັງ​ປີເຕີສ໌​ບວັກ,ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ​ຈີນ​ທີ່​​ໄປ​ຢ້ຽມຢາມ​ຣັດ​ເຊຍ​ກ່າວ​​ເນັ້ນ​ວ່າ,ຈີນຣັດ​ເຊຍ​ທັງ​ສອງ​ຝ່າຍ​ຄວນຈັບ​ໂອກາດ,ຍຶດ​ໝັ້ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ບັນລຸ​ການພັດທະນາ​ພ້ອມ​ກັນ.

ມື້​ດຽວ​ກັນ,ທ່ານນາງ​ອູ​ອີ​ໄດ້ພ້ອມກັບທ່ານ​ອາເລັກຊັນ​​​ເດີ ຈູ​ຄົຟ ຮອງ​ນາຍົກລັດຖະມົນຕີຣັດ​ເຊຍເຂົ້າ​ຮ່ວມ"ກອງ​ປະຊຸມ​​​ໂຕະ​ມົນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນຣັດ​ເຊຍ"ທີ່​ຈັດ​ຂຶ້ນ​ຢູ່​ແຊັງປີເຕີ​ສ໌ບວັກ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ນາງ​ອູ​ອີ​ກ່າວ​ວ່າ,​ໃນ​ເດືອນ​ມີນາ​ປີ​ນີ້,ຜູ້ນຳ​ຈີນຣັດ​ເຊຍ​ໄດ້​ຊີ້​​​ແຈ້ງ​ທິດ​ທາງຂະຫຍາຍຕົວ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນຣັດ​ເຊຍ​ທີ່ກ້າວເຂົ້າ​ສູ່​ໄລຍະ 10 ປີ​ຄັ້ງທີ​ສອງ,​ໄດ້​ສ້າງ​ພື້ນຖານ​ການ​​ເມືອງ​ອັນ​ໜັກແໜ້ນ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ.​ເສດຖະກິດ​ຂອງ​ຈີນ​ແລະຣັດ​ເຊຍ​ຕ່າງ​ໄດ້​ພັດທະນາ​ຢ່າງ​ວ່ອງ​​ໄວ,​ໄດ້​ສ້າງ​ພື້ນຖານ​ເສດຖະກິດ​ອັນ​ໜັກແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນຣັດ​ເຊຍ.ນາງ​ຫວັງ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຈັບເອົາໂອກາດ​ຍຸດ​ທະ​ສາດ​ຂອງ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນຣັດ​ເຊຍ,ຂະຫຍາຍ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ກ້າວສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂະ​ແໜງ​ພະລັງງານ ການ​ຄ້າ​ຜະລິດ​ຕະພັນກົນຈັກ​ແລະ​ເຄື່ອງໄຟຟ້າ​ແລະ​ການ​ປຸງ​ແຕ່ງ​ໄມ້ສຳ​ເລັດ​ຮູບເປັນ​ຕົ້ນ.

ຫຼັງ​ກອງ​ປະຊຸມ,ທ່ານນາງ​ອູ​ອີ​ກັບ​ທ່ານ​ຈູ​ຄົຟຍັງ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາ​ມໃນ​ເອກະສານ​ຮ່ວມ​ມື 19 ສະບັບ​ໃນຂະ​ແໜງ​ກົນຈັກ​ອຸປະກອນ ລົດຍົນ ກະສິກຳ ພະລັງ​ງານ ການ​ຮັບ​ເໝົາ​ໂຄງການ​ແລະ​​ເຕັກ​ນິກ​ຊັ້ນ​ສູງ,​ມີມູນ​ຄ່າປະມານ 2 ຕື້​ໂດ​ລາ.​