ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-12 11:01:33    
ນັກ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ໃຊ້​ເຟືອງ​ຜະ​ລິດ​ນ້ຳ​ມັນ​ເຄື່ອງ​ຈັກ​​ໄຫມ້​ໃນ​ຢ່າງ​ສຳ​ເລັດ​ຜົນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​ໄດ້​ຮູ້​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຕັກ​ນິກ​ຟິ​ຊິກ​ເຄມີ​ສາດ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ວ່າ, ນັກ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ນຳ​ໃຊ້​ເຕັກ​ນິກ​ແລະ​ອຸ​ປະ​ກອນ​ທີ່​ອອກ​ແບບ​ເອງ​ຜະ​ລິດ​ນ້ຳ​ມັນ​ເຄື່ອງ​ຈັກ​ໄຫມ້ໃນ​ທີ່​ມີ​ຄຸນ​ນະພາ​ບສູງ​ດ້ວຍ​ວັດ​ຖຸ​ຊີ​ວະ​ຊາດ​ຕ່າງໆ​ເຊັ່ນ​ຕົ້ນ​ເຟືອງ​ເປັນ​ຕົ້ນ.ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ໄດ້​ມີ​ການ​ປະ​ດິດ​ສ້າງໃນ​ດ້ານ​ເຕັກ​ນິກ​ຜະ​ລິດ​ນ້ຳ​ມັນ​ເຄື່ອງ​ຈັກ​ໄຫມ້​ໃນ​ທີ່​ມີຄຸນ​ນະພາ​ບສູງ​ດ້ວຍ​ວັດ​ຖຸ​ຊີວະ​ຊາດ.

ຕາມ​ແນະ​ນຳ​ວ່າ, ສ່ວນ​ປະ​ສົມ​ສຳຄັນ​ຂອງນ້ຳມັນ​ເຄື່ອງ​ຈັກ​ໄຫມ້ໃນ​ແມ່ນ​ມາ​ຈກາ​ນ້ຳມັນ​ເຊື້ອ​ໄຟ,ຍ້ອນ​ຂາດ​ເຂີນ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ເຊື້ອ​ໄຟ​, ຄົນ​ທັງຫລາຍ​ຈິ່ງ​ເລີ່​ມຊອກ​ຄົ້ນວິທີ​ໃຫມ່​ທີ່​ເອົາ​ວັດຖຸຊີວະ​ຊາດ​ມາ​ເຮັດ​ນ້ຳ​ມັນ​ເຄື່ອງ​ຈັກ​ໄຫມ້​ໃນ.ຜູ່​ຊ່ຽວຊານ​ແນະນຳ​ວ່າ, ​​ເມັດ​ກາກ​ເຫຍື້ອ​ຈາກ​ເຕັກນິກ​ນີ້​ຫນ້ອຍ​ກວ່າ 10%,​ໃນກາກ​ເຫຍື້ອ​ຍບໍ່​ມີ​ວັດຖຸ​ທີ່​ມີ​ພິດ,ສາມາດ​ໃຊ້​ເປັນ​ຝຸ່ນ​​ໃສ່​ນາ​ໄດ້​ແລະ​ເປັນ​ວັດຖຸ​ດິບ​ຜລິດ​ອຸປະກອນ​ກໍ່ສ້າງໄດ້.

​ແຕ່ລະ​ປີ ຈີນ​ມີ​ວັດຖຸ​ເສດ​ເຫລືອດ້ານ​ກະສິກຳ​ປ່າ​ໄມ້​ປະມານ 1 ຕື້ 500 ລ້ານ​ໂຕນ,​ໃນ​ນັ້ນມີ​ກ້ານຕົ້ນ​ເຂົ້າຕ່າງໆ 720 ລ້ານ​ໂຕນ,​ໄດ້​ເປັນ​ການ​ຮັບປະກັນ​ທາງ​ດ້ານ​ຊັບພະຍາກອນ​ໃນ​ການ​ຜະລິດນ້ຳມັນ​ເຊື້ອ​ໄຟທີ່​ມີຄຸນ​ນະພາ​ບສູງສຳລັບເຄື່ອງ​ຈັກ​ໄຫມ້ໃນດ້ວຍວັດຖຸ​ຊີວະ​ຊາດ.