ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-13 11:51:14    
ວາ​ລະ​ສານ​ແທມສ໊​ລາຍ​ສັບ​ປະ​ດາ​ພິມ​ບົດ​ຄວາມ​ກ່າວ​ວ່າ​ຮົງ​ກົງ​ມີ​ຊີ​ວິດ​ຊີ​ວາ​ກວ່າ​ຍາມ​ໃດ​ຫມົດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ວາລະສານ​ແທມສ໊ລາຍ​ສັບປະດາ​ຂອງ​ອາ​ເມ​ລິ​ກາ​ໄດ້​ພິມ​ບົດ​ຄວາມ​ທີ່​ໃສ່​ຫົວ​ເລື່ອງ​ວ່າ​:ຟ້າ​ແຈ້ງ​ແຕ່​ມີ​ເມກ--​ແຕ່​ປີ 1997 ຫາ​ປີ 2007,​ໄດ້​ໃຊ້​ເຈ້ຍ 25 ຫນ້າ​ເຈ້ຍຕີ​ລາຄາ​ການ​ປ່ຽນ​ແປງ​ຂອງ​ຮົງ​ກົງ​ໃນ 10 ປີ​ນັບ​ແຕ່ກັບ​ຄືນ​ສູ່​ປະ​ເທດ​ຈີນມາ​ນີ້.ບົດ​ຄວາມ​ຊີ້​ອກວ່າ,ປັດຈຸບັນ ຣົງກົງ​ມີ​ຊີວິດ​ຊີວາ​ກວ່າ​ຍາມ​ໃດ​ຫມົດ.

ບົດ​ຄວາມ​ຂຽນ​ວ່າ:​ໃນ 10 ປີ​ມາ​ນີ້,ຮົງ​ກົງ​ໄດ້​ຜ່ານ​ຜ່າ​​ເຫດການ​ລັກສະນະໄພພິບັດ​ຫລາຍ​ຄັ້ງ​ເຊັ່ນ ວິກິດ​ການ​ການ​ເງິນ​ອາ​ຊີ ​ໄຂ​ຫວັດ​ສັດ​ປີກ ​ແລະ​ພະຍາດ​ອັກ​ເສບ​ປອດ​ຮຸນ​ແຮງ​ຫລືຊາສ໊ຢ່າງ​ຫມັ້ນທ່ຽງ, ບໍ່ພຽງ​ແຕ່​ໄດ້​ຮັກສາ​ໂສມ​ຫນ້າ​​ເດີມທໍ່​ນັ້ນ,ຫາກ​ຍັງ​ມີ​ຊີວິດ​ຊາ​ວາ​ຍິ່ງ​ກວ່າ​ຍາມ​ໃດ​ຫມົດ. ປັດຈຸບັນຄົນ​ຮົງ​ກົງ​ຮູ້ສຶກ​ທະ​ນົງ​ໃຈ​ຫລາຍ​ທີ່​ໄດ້​ຂຶ້ນ​ກັບ​ແຜ່ນດິນ​ໃຫຍ່​ຈີນ.

ບົດ​ຄວາມ​ຍັງ​ວິຈານ​ວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ທົ່ວໂລກພັດທະນາ, ປັດຈຸບັນ, ຮົງ​ກົງ​ກໍ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ຂຸ້ຽວຂາດ.​ແຕ່​ຮົງ​ກົງ​ໄດ້​ກາຍ​ເປັນ​ພາກສ່ວນ​ຫນຶ່ງ​ຂອງ​ຈີນ​ແມ່ນ​​ໂຊກ​ດີ​ຫລາຍ,​ເຂດ​ໃນ​ຈີນ​ພວມ​ນັບ​ມື້​ນັບ​ມີ​ອິດສະຫລະເສລີ​ແລະ​ເປີ​ດປະຕູ​ສູ່​ພາຍ​ນອກ,ນີ້​ບໍ່​ພຽງ​ແຕ່​ສາມາດ​ຮັບປະກັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ຫມັ້ນທ່ຽງ​ຂອງ​ຮົງ​ກົງ​ທໍ່​ນັ້ນ, ຫາກ​ຍັງ​ຈະ​ອຳນວຍ​ຊ່ອງ​ຫວ່າງ​ພັດທະນາ​ຍິ່ງ​ກວ້າງຂວາງ​ກວ່າ​ເກົ່າ​ໃຫ້​ແກ່​ຮົງ​ກົງ​ອີກ​ດ້ວຍ.