ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-13 20:28:04    
ນາງ​ອູ​ອີ​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ຈາ​ລືກ​ຂອງ​ສູນ​ການ​ຄ້າ​ຈີນ​ມົສ​ກູ

cri Author: shuo

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ12​ມິດ​ຖຸນາ​ນີ້,ຢູ່​ມົສກູ,ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ຈາ​ລືກ​ຂອງ​ສູນ​ການ​ຄ້າ​ຈີນ​ມົສ​ກູ.​ທ່ານ​ອາ​ເລັກ​ຊານ​ເດີ ຈູ​ຄົຟ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ແລະ​ທ່ານ​ຢູ​ຣີ ລູຈ໌​ຄົຟ​ ​ເຈົ້າ​ຄອງ​ນະ​ຄອນ​ມົສ​ກູ​ໄດ້​ເຂົ້າ​ຮ່ວມ​ພິ​ທີ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ນາງ​ອູ​ອີ​ເວົ້າວ່າ,ການ​ສ້າງສູນ​ການ​ຄ້າ​ຈີນ​ມົສກູ​ແມ່ນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ຂອງ​ການ​ພົວພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ,​ຈະ​ສະ​ໜອງ​ການ​ບໍລິການ​ດ້ານ​ກາ​ຄ້າ​ທີ່​ມີ​ລະ​ດັບ​ສູງ​ແລະ​ຮອບ​ດ້ານ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ.​ນາງ​ຫວັງ​ວ່າ,​ໃນ​ຖາ​ນະ​ເປັນ​ແບບ ຢ່າງ​ອັນ​ດີ​ເລີດ​ຂອງ​ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຢູ່​ຣັດ​ເຊຍ,​ສູນ​ການ​ຄ້າ​ຈີນ​ມົສ ກູ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ.

​ເນື້ອທີ່​​ແຜນ​ຜັງຂອງ​ສູນ​ການ​ຄ້າ​ຈີນ​ມົສກູ​ມີ2​ແສນ​ແມັດຕາ,ຄາດ​ວ່າ​ຈະ​ມອບ​ໃຫ້ໃຊ້​ໃນ​ປີ​2010.