ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-14 20:45:14    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ອາ​ເມ​ລິ​ກາ​ບໍ່​ຄວນ​ໃຊ້​ແຮງ​ກົດ​ດັນ​ມາ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ14​ມິ​ຖຸນານີ້,​ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ອາ​ເມ​ລິ​ກາ​ຄວນ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ,​ຊຳ​ລະ​ການ​ວິ​ວາດ​ກັນ​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ ກັບ​ອາ​ເມ​ລິ​ກາ​ຢ່າງ​ເໝາະ​ສົມ,​ບໍ່​ຄວນ​ຫັນ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ບັນ​ຫາ​ການ​ເມືອງ,​ຍິ່ງ​ບໍ່​ຄວນ​ໃຊ້​​ແຮງ​ກົດ​ດັນ​ມາ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນ​ຫາ.

ຫວ່າງ​ມໍ່ໆ​ນີ້,ສະພາ​ສູງ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ຍື່ນ​ຍັດ​ຕິ​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ການ​ຍົກ​ສູງ​ພາ​ສີ​ຂາ​ເຂົ້າ​ຕໍ່​ຜະລິດ​ຕະພັນ​ຈີນ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາຈົ່ງສາ​ມາດ​ຮັບ​ຮູ້​ຄວາມ​ໝາຍ​ອັນ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ,​ສອງ​ຝ່າຍ​ຄວນ​ແກ້​ໄຂ​ບັນ​ຫາ​ທີ່​ມີ​ຢູ່​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ເໝາະ​ສົມ​ໂດຍ​ຢູ່​ບົນ​ຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ.