ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-15 18:09:30    
ງານ​ວາງ​ສະ​ແດງ​ຊັອບ​ແວ​ສາ​ກົນ​ຈີນ​ຄັ້ງ​ທີ​11​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ງານ​ວາງສະ​ແດງ​ຊັອບ​ແວ​ສາກົນ​ຈີນ​ຄັ້ງ​ທີ11​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ3​ມື້​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ14​ມິຖຸນາ​ນີ້.

ງານ​ວາງສະ​ແດງ​ຄັ້ງ​ນີ້​ກວມ​ເນື້ອ​ທີ່​ປະມານ2​ໝື່ນ​ຕາ​ແມັດ,​ເນື້ອ​ໃນ​ການວາງສະ​ແດງ​ລວມທັງ​ການ​ປະດິດ​ສ້າງ​ປະ​ເພດ​ຕ່າງ​ໆ​ຂອງ​ຂະ​ແໜງ​ການ​ຊັອບ​​ແວ​ແລະ​ຜະລິດ​ຕະພັນ​ຊັອບ​ແວທີ່​ປະດິດ​ສ້າງ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ.​ນອກ​ນີ້,ຍັງ​ຈະ​ຈັດ​ເວທີ​ປຶກສາ​ຫາລື11​​ເທື່ອ ​ເຊັ່ນ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຊັອບ​ແວກັບ​ຂະ​ແໜງ​ການ​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ​ຈີນ​ເປັນ​ຕົ້ນ.

ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ,ປີ2006,ຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຊັອບ​ແວ​ຈີນ​ມີ​ເຖິງ480​ຕື້​ຢວນ,​ໃນ​ນັ້ນ,ການ​ສົ່ງ​ອອກ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຮັບ​ເໝົາ​ກັບ​ຕ່າງ​ປະ​ເທດ​ມີ​ເຖິງ6​ຕື້​ໂດ​ລາ,​ໃນ​ຫຼາຍ​ຂົງ​ເຂດ,​ຈີນ​ໄດ້​ມີ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຈົດ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລ້ວ.