ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-15 18:42:15    
ຣັດ​ເຊຍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ຮັບປະກັນຈະ​ບໍ່​ລົງ​​ໂທດ​ທະ​ນາຄານຣັດ​ເຊຍ​ທີ່​​ເຄີຍເຂົ້າ​ຮ່ວມການ​ໂອນ​ເງິນ​ຂອງ​ສ.ປ.ປເກົາຫຼີທີ່​ຖືກ​ກັກ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 14 ມິຖຸນາ​ນີ້, ທ່ານ​ອາ​ເລັກ​ສັນ​​ເດີ ​ໂລ​ສິວ​ໂຄ​ຟ ​ລັດຖະມົນຕີ​ຊ່ອຍ​ວ່າການກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ​ເງິນ 25 ລ້ານ​ໂດ​ລາ​ຂອງ​ສ.ປ.ປເກົາຫຼີທີ່​ຖືກ​ກັກ​ໄວ້​ໃນ​ທະນາຄານ​ບັນ​ໂຄ ​ເດ​ທາ​ອາຊີ​ຂອງ​ມາ​ກາວ​ຈະ​ຖືກ​​ໂອນໂດຍ​ຜ່ານ​ທະນາຄານຣັດ​ເຊຍ​​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ. ຕໍ່​ເລື່ອງ​ນີ້, ຝ່າຍ​ອາ​ເມ​ລິ​ກາ​ໄດ້​ຮັບປະກັນ​ວ່າ, ປະຈຸ​ບັນ, ​ແລະ​ໃນ​ອະນາຄົດ, ລັດຖະບານ​ອາ​ເມ​ລິ​ກາ​ຈະ​ບໍ່​ລົງ​ໂທດ​ຕໍ່​ທະນາຄານຣັດ​ເຊຍ​ທີ່​ເຂົ້າ​ຮ່ວມ​ການ​​ໂອນ​ເງິນຂອງສ.ປ.ປ​ເກົາຫຼີ. ທ່ານ​ໂລ​ສິວ​ໂຄ​ຟ​ເຫັນ​ວ່າ, ການ​ໂອນ​ເງິນ​ຂອງສ.​ປ.ປ​ເກົາຫຼີທີ່​ຖືກ​ກັກ​ໄວ້​ຢູ່​ໃນ​ທະນາຄານ​ບານ​ໂຄ ​ເດ​ທາ​ອາຊີຈະ​ສ້າງ​ເງື່ອນ​ໄຂ​ອັນ​ດີ​​ໃຫ້ການ​ຟື້ນ​ຟູ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາຫຼີ.

ປະຈຸ​ນັນ, ຝ່າຍ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ໃຫ້ການ​ຢືນຢັນ​ຕໍ່​ຂ່າວ​ດັ່ງກ່າວ.