ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-15 18:54:21    
ວັນ​ທີ 15 ມິຖຸນາ​ນີ້, ຮູບ​ຮ່າງ​ດ້ານ​ນອກ​ຂອງ​ຫໍ​ລະ​ຄອນ​ໃຫຍ່​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ອອກ​ຢ່າງ​ທາງ​ການ

cri Author: m


ຕາມ​ຂ່າ​ວ CRI: ວັນ​ທີ 15 ມິຖຸນາ​ນີ້, ຮູບ​ຮ່າງ​ດ້ານ​ນອກ​ຂອງ​ຫໍລະຄອນ​ແຫ່ງ​ຊາດ​ຈີນທີ່​ຕັ້ງ​ຢູ່​ດ້ານຕາ​ເວັນ​ຕົກ​ຂອງ​ສະໜາມຫຼວງ​ທຽນ​ອານ​ເມິ​ນປັກ​ກິ່ງ​ໄດ້​ເປີດອອກ​ຢ່າງ​ທາງ​ການ. ມື້​ດຽວ​ກັນ, ຝາ​ທີ່​ກັ້ນ​ໄວ້​ຂອງ​ໂຄງການ​ຫໍ​ລະຄອນ​ທີ່​​ໃກ້ກັບ​ຖະໜົນ​ຊາງ​ອ່ານ​ກໍ່​ໄດ້​ຖືກ​ມ້າງອອກ​ໝົດ​ແລ້ວ, ຄົນ​ທັງຫຼາຍ​ສາມາດ​ຫຼຽວເຫັນ​ດ້ານ​ໜ້າ​ຂອງ​ຫໍ​ລະຄອນ​ໃຫຍ່​ຈາກ​ຖະໜົນ​ຊາງ​ອ່ານ, ​ແລະ​ສາມາດ​ເຂົ້າ​ໄປ​ໃນສະໜາມ​ພັກຜ່ອນ​ຂອງ​ຫໍ​ລະຄອນ​ໃຫຍ່​.

ຫໍ​ລະຄອນ​​ໃຫຍ່ແຫ່ງ​ຊາດ​ໃກ້​ກັບ​ຫໍ​ສະພາ​ປະຊາຊົນ, ​ເນື້ອ​ທີ່​​ທັງໝົດ​ກວ້າງ 2 ​ແສນ 1 ໝື່ນ​ກວ່າຕາ​ແມັດ, ສິ່ງ​ກໍ່ສ້າງດ້ານ​ນອກ​ແມ່ນ​ຮູບ​ໄຂ່​ເຄິ່ງໜ່ວຍ​ທີ່​ສ້າງ​ດ້ວຍ​ເຫຼັກກ້າ, ຢູ່​ອ້ອມຫໍ, ມີ​ໜອງ​ທຽມ.

ຕາມ​ແຜນການ​ແລ້ວ, ຫໍລະຄອນ​ໃຫຍ່​ຈະ​ສ້າງ​ໃຫ້​ສຳ​ເລັດໃນ​ທ້າຍ​ເດືອນ​ກໍລະກົດ​ແລະກໍ່​ຈະ​ເລີ່​ມທົດ​ລອງ​ຈັດການ​ສະ​ແດງ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ນີ້.