ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-18 16:26:13    
ຈີນ​ຈະ​ຄົ້ນ​ຄວ້າ​ຜະ​ລິດ​ຈະ​ຫລວດ​ສົ່ງ​ດາວ​ທຽມ​ແບບ​ໃຫມ່

cri
ຕາມ​ຂ່າວ​ຈາກຫນັງສືພິມ​ເຢີ​ນມິນ​ຢື້​ປ້າວ​ສະບັບຕໍ່​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້,ກຸ່ມ​ບໍລິສັດ​ເຕັກນິກ​ວິ​ທະຍາ​ສາດ​ການບິນ​ອະວະກາດ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ຈີນ​ຈະ​ຄົ້ນຄວ້າ​ຜະລິດ​ຈະ​ຫລວດ​ສົ່ງ​ດາວ​ທຽມ"ຊາງ​ເຈິ່ງ"ຮຸ່ນ​ໃຫມ່,​ເມື່ອ​ຄົ້ນຄວ້າ​ຜະລິດ​ສຳ​ເລັດ​ຜົນ​ແລ້ວ, ຄວາມ​ສາມາດ​ສົ່ງ​ຍານ​ສູງ​ສຸດ​ຂອງ​ຈະ​ຫລວດ"ຊາງ​ເຈິ່ງ"ຈະ​ຈາກ 9 ​ໂຕນ​ເຄິ່ງ​ໃນ​ປັດຈຸບັນ​ຂຶ້ນ​ເປັນ 25 ​ໂຕນ,ນີ້​ຈະ​ເພີ່ມ​ຄວາມ​ສາມາດ​ຂອງ​ຈີນ​ໃນ​ການ​ສຳ​ຫລວດ​ແລະ​ນຳ​ໃຊ້​ອະວະກາດ​ຊັ້ນນອກ​ໃນ​ທາງ​ສັນຕິພາບ​ຢ່າງ​ຫລວງຫລາຍ.

ຜູ່​ຮັບຜິດຊອບ​ຂອງ​ກຸ່ມ​ບໍລິສັດ​ເຕັກນິກ​ວິທະຍາສາດ​ການບິນ​ອະວະກາດ​ຈີນ​ກ່າວ​ວ່າ, ຈະ​ຫລວດ​ສົ່ງ​ດາວ​ທຽມ​ແບບ​ໃຫມ່​ຂອງ​ຈີນ​ບໍ່ພຽງ​ແຕ່​ມີ​ຄວາມ​ສາມາດ​ບັນທຸກ​ແຮງ​ຂຶ້ນ​ແລະ​ຍິ່ງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ດີກວ່າ​ເກົ່າ,​ແລະ​ປອດ​ໄພ​ກວ່າ​ເກົ່າ.

ຜູ່ຣັບຜິດ​ຊອບ​ຜູ່​ນີ້​ຍັງ​ກ່າວ​ວ່າດ ຈີນ​ໄດ້​ວາງ​ແຜນການ​ພັດທະນາ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວ​ຂອງ​ຈະ​ຫລວດ​ສົ່ງ​ດາວ​ທຽມ​ແລ້ວ.​ໃນ​ໄລຍະ​ສັ້ນນີ້,ຈີນ​ຈະ​ຖື​ການຄົນຄວ້າ​ແລະ​ຜະລິດ​ຈະ​ຫລວດ​ສົ່ງ​ດາວ​ທຽມ​ຮຸ້ນ​ໃຫມ່​ເປັນ​ຈຸດ​ສຳຄັນ,ຍົກ​ລະດັບ​ແລະ​ຄວາມ​ສາມາດ​ລວມຂອງ​ຈະ​ຫລວດ​ສົ່ງ​ດາວ​ທຽມ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ,ຍົກ​ກຳລັງ​ແກ່ງ​ແຍ່ງ​ຂອງ​ຈະ​ຫລວດ​ສົ່ງ​ດາວ​ທຽມ​ຂອງ​ຈີນ​ໃນ​ການ​ບໍລິ​ການ​ສົ່ງ​ດາວ​ທຽມ​ໃນ​ສາກົນ.​ໃນ​ໄລຍະ​ຍາວ, ຈີນ​ຈະ​ສ້າງ​ລະບົບ​ສົ່ງ​ຂອງ​ການບິນ​ອະວະກາດ​ໃຫ້​ສົມບູນ​ຂຶ້ນ,​ແລະ​ດຳ​ເນີນ​ການຄົ້ນຄວ້າ​ພາຫະນະ​ຂົນ​ສ່ົງ​ທາງ​ອະວະກາດ​ແບບ​ໃຫມ່.