ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-18 20:10:24    
ນະ​ຄອນ​ຈຸ່ງ​ກິ່ງ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ເປັນ​ກຳ​ແພງ​ນະ​ຄອນ​ຄົບ​ຮອບ​10​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ, ຈຸ່ງ​ກິ່ງ​ແມ່ນກຳ​ແພງ​ນະຄອນ​ໃໝ່ຫຼ້າ​ສຸດ​ຂອງ​ຈີນ,ວັນ​ທີ18​ມິຖຸນາ​ນີ້,ຈຸ່ງ​ກິ່ງ​ໄດ້​ຈັດ​ກອງ​ປະຊຸມ​ສະ​ເຫຼີ​ມສະຫຼອງ​ວັນສ້າງ​ຕັ້ງເປັນກຳ​ແພງ​ນະຄອນ​ຄົບຮອບ10​ປີ.ທ່ານ​ຫຸຍ​ລຽງ​ຢູ້ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​,ທ່ານ​ຫວັງ​ວ່າ​ຈຸ່ງ​ກິ່ງ​ເລັ່ງລັດ​ສ້າງ​​ເປັນ​​ເມືອງສຳຄັນ​ທີ່​ເຮັດ​ໃຫ້​ເສດຖະກິດພາກ​ຕາ​ເວັນ​ຕົກ​​ເຕີບ​ໂຕ​ຂຶ້ນ,​ເປັນ​ສູນ​ເສດຖະກິດ​ຂອງ​ເຂດ​ຍ່ານ​ເໜືອ​ແມ່​ນ້ຳ​ຢ່າງ​ເຊ​ແລະ​ກາຍ​ເປັນ​ກຳ​ແພງ​ນະຄອນ​ທີ່​ຕົວ​ເມືອງ​​ແລະຊົນນະບົດພັດທະນາ​ຢ່າງ​ກົມກຽວ​ກັນ.

ທ່ານ​ຫຸຍ​ລຽງ​ຢູ້​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່ຈຸ່ງ​ກິ່ງ​ສ້າງຕັ້ງ​ເປັນ​ກຳ​ແພງ​ນະຄອນ​ຄົບຮອບ10​ປີ.ທ່ານ​ກ່າວ​ວ່າ,​ເມື່ອ​ໄດ້​ບາກ​ບັ່ນ​ສູ້​ຊົນມາ​ເປັນ​ເວລາ10​ປີ,ການ​ກໍ່ສ້າງ​ທຸກ​ດ້ານ​ເຊັ່ນ​ເສດ​ຖະ​ກິດ,​ການ​ເມືອງ,​ວັດ​ທະ​ນະ​ທຳ​ແລະ​ສັງຄົມ​ຂອງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ໃຫຍ່​ຫຼວງ.​ທ່ານ​ຍັງ​ຫວັງ​ວ່າ​ກຳ​ແພງ​ນະຄອນ​ຈຸ່ງ​ກິ່ງ​ເສີມ​ຂະຫຍາຍ​ບົດ​ບາດນຳພາ​ຂອງ​ນະ​ຄອນ​ໃຈ​ກາງ.

ຈຸ່ງ​ກິ່ງ​ຕັ້ງ​ຢູ່​ພາກ​ຕາວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ໄດ້​ສ້າງ​ຕັ້ງ​ເປັນກຳ​ແພງ​ນະຄອນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ18​ມິຖຸນາປີ1997