ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-20 18:44:57    
ເຈົ້າ​ຫນ້າ​ທີ່​ຕິ​ເບດ​ກ່າວ​ວ່າ, ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຕິ​ເບດ​ມີ​ທ່ວງ​ທ່າ​ພັດ​ທະ​ນາ​ທີ່​ດີ

cri Author: hongcai

ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ມີ​ປະຊາກອນ 2 ລ້ານ 8 ​ແສນ 1 ຫມື່ນ​ຄົນ, ​ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ຊາວ​ເຜົ່າ​ຕິ​ເບ​ດ.​ແຫ່ງ​ນີ້​ສະ​ເລ່ຍ​ແລ້ວ​ສູງ​ກວ່າ​ຫນ້າ​ນ້ຳ​ທະ​ເລ 4000 ​ແມັດ​ຂຶ້ນ​ໄປ,ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຂີ້ຮ້າຍ​ຫລາຍ, ການ​ພັດທະນາ​ເສ​ດຖະກິດ​ສັງຄົມ​ຫລ້າຫລັງ​ທີ່​ສຸດ.ພາຍຫລັງ​ໄດ້​ສ້າງຕັ້ງສາ ທາລະນະ​ລັດ​ປະຊາຊົນ​ຈີນ​ແລ້ວ, ລັດຖະບານ​ສູນ​ກາງ​ໄດ້​ວາງ​ນະ​ໂຍບາຍ​​ແລະມາດ​ຕະການ​ພິ​ເສດຢ່າງ​ເປັນ​ລະບົບ​​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຕິ​ເບ​ດ,​ແລະ​ໄດ້​​ໃຊ້​ງົບປະມານ​ກ້ອນ​ໃຫຍ່​ສະ​ຫນັບ​ສະ​ຫນູນ​ການ​ພັດທະນາ​ຂອງ​ຕິ ​ເບ​ດ,​ໃນງົບປະມານການ​ເງິນ​ຂອງ​ຕິ​ເບ​ດ 10 ຢວນ​ໃດ​ກໍ່​ມີ 9 ຢວນ​ແມ່ນ​ລັດຖະບານ​ສູນ​ກາງ​ຈ່າຍ​ໃຫ້.ປີ 2006, ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ທົ່ວ​ເຂດ​ຕິ​ເບ​ດ​ໄດ້​ບັນລຸ 29 ຕື້​ກວ່າ​ຢວນ, ​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ 12%ຂຶ້ນ​ໄປ 6 ປີ​ລຽນຕິດ,GDP ສະ​ເລ່ຍຕໍ່​ຫົວ​ຄົນ​ຫລາຍ​ກວ່າ​ຫມື່ນ​ຢວນ.

ວັນ​ທີ 20 ມິຖຸນາ​ນີ້,ທ່ານ​ຊຽງ​ບາ​ພິນ​ໂຊ ປະທານ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ, ອາດ​ເວົ້າ​ໄດ້​ວ່າ, ປັດຈຸບັນ​ນີ້​ແມ່ນ​​ເວລາ​ທີ່​ເສດຖະກິດ​ຕິ​ເບ​ດ ພັດທະນາ​ໄວ​ທີ່​ສຸດ​ແລະປະຊາຊົນ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງຫລາຍ​ທີ່​ສຸດ.

​ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຂອງຄົນ​ຈຳນວນ​ຫນ້ອຍ​ທີ່​ວ່າສູນ​ກາງ​ລົງທຶນ​ຢູ່ຕິ​ເບ​ດຈະ​ປ່ຽນ​ແປງ​ວັດທະນະທຳ​ຂອງ​ເຜົ່າ​ຕິ​ເບ​ດ,​ເຮັດ​ໃຫ້​ຕິ​ເບ​ດ​ກາຍເປັນ​​ແບບເຜົ່າ​ຮ້ານ,ທ່ານຊຽງບາ​ພິນ​ໂຊ​ໄດ້​ກ່າວ​ໂຕ້ຕອບ​ຖ້ອຍ​ຄວາມ​ແບບ​ນີ້.ທ່ານ​ກ່າວ​ວ່າ, ມື້ບຸນ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ຕິ​ເບ​ດຍັງ​ຄື​ເກົ່າ.ພາສາ​ແລະ​ໂຕ​ຫນັງສື​ຂອງ​ເຜົ່າ​ຕິ​ເບ​ດ​ແມ່ນ​ພາສາ​ແລະ​ໂຕ​ຫນັງສື​ທີ່​ໃຊ້​​ທົ່ວ​ໄປ​ໃນ​ເຂດ​ຕິ​ເບ​ດ, ​ໂຮງຮຽນ​ກໍ່​ສອນ​​ສອງ​ພາສາ​ຄື​ພາສາ​ຕິ​ເບ​ດ​ແລະ​ພາສາ​ຈີນ​ກາງ; ທົ່ວ​ເຂດ​ຕິ ​ເບ​ດມີ​ສະຖານ​ທີ່ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ 1700 ກວ່າ​ບ່ອນ, ມີ​ພິກຂຸ​ແລະ​ພິຂຸ​ນີ 4 ຫມື່ນ​ກວ່າອົງ​ໃນ​ວັດ​ຕ່າງໆ, ການ​ເຄື່ອນ​ໄຫວ​ສາສະຫນາ​ທຸກ​ອັນ​​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ.ການ​ລົງທຶນ​ຢ່າງ​ຫລວງຫລາຍ​ຂອງ​ສູນ​ກາງ​ໄດ້​ໃຊ້​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ວັດທະນະທຳ​ຂອງ​ຕິ​ເບ​ດ.ພຽງ​ແຕ່​ກິດຈະການ​ສ້ອມ​ແປງ​ວັງ​ບູຕາລາ ວັດ​ໂລ​ບູລິນ​ຄາ​ແລະ​ວັດ​ຊາ​ກາ​ທີ່​ດຳ​ເນີນ​ໃນ​ປີ 2002, ລັດຖະບານ​ກໍ່​​ໄດ້​ໃຊ້​ງົບປະມານ​ເຖີງ 300 ​ລ້ານກວ່າ​ຢວນ.

ສ່ວນ​ຊາວ​ກະສິກອນ​ແລະຊາວລ້ຽງສັດ​ອັນ​ໄພສານ​ຂອງ​ຕິ​ເບ​ດ​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ​ການ​ລົງທຶນ​ຂອງ​ສູນ​ກາງຢູ່ຕິ​ເບ​ດ.ທ່ານ​ຊຽງ​ບາ​ພິງ​ໂຊກ່າວ​ວ່າ:

"ການ​ລົງທຶນ​ຂອງ​ລັດຖະບານສູນ​ກາງ​ຈະ​​ແກ້​ໄຂ​ບັນຫາຫົນທາງ ບັນຫາ​ໄຟຟ້າ,​ເຮັດ​ໃຫ້​ປະຊາຊົນ​ໄດ້​ດື່ມນ້ຳ​ສະອາດ,​ແລະສ້ອມ​ແປງ​ເຮືອນໃຫ້​ຊາວ​ກະສິກອນ​ແລະຊາວ​ລ້ຽງສັດ.​ໃນ​ດ້ານ​ສາທາລະນະ​ສຸກ,ພວກ​ເຮົາ​ໄດ້​ປະຕິບັດ​ການ​ປິ່ນປົວ​ໂດຍ​ບໍ່​ເສຍຄ່າ,ຮັບຜິດຊອບສາມ​ດ້ານ​ຕໍ່​ນັກຮຽນ,ຄື:ການ​ກິນ ການ​ຢູ່​ແລະ​ຄ່າ​ຮຽນ.​ໃນ​ຫຼາຍ​ສິບ​ປີ​ມາ​ນີ້,ຕິ​ເບ​ດບໍ່​​ເຄີຍ​ເກັບ​ພາສີ​ອາກອນ​ໃດໆ,ຄວາມ​ຫາບ​ແບກ​ຂອງ​ປະຊາຊົນ​ເກືອບ​ວ່າ​ບໍ່​ມີຫຍັງ.ຍ້ອນການ​ລົງທຶນ​ຂອງ​ລັດຖະບານ​ສູນ​ກາງ,ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ."

ໃນ​ຂະນະທີ່​ພັດ​ທະນາ​ເສດຖະກິດ,ຕິ​ເບ​ດກໍ່​​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ບັນຫາ​ອະນຸລັກ​ສິ່ງ​​ແວດ​ລ້ອມ.​ໃນ​ທົ່ວ​ເຂດ​ໄດ້​ສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ 38 ​ແຫ່ງ,ກວມ​ເນື້ອ​ທີ່​ທັງ​ໝົດ​ຂອງ​ທົ່ວ​ເຂດ 1/3 ຂຶ້ນ​ໄປ.ລັດຖະບານ​ສູນ​ກາງ​ຍັງ​ໄດ້​ລົງທຶນ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດເຂດ​ພູ​ພຽງ​ຕິ​ເບ​ດ​ຢ່າງ​ຮອບ​ດ້ານ​ບົນ​ພື້ນຖານທີ່​​ເຄີຍ​ມີ​ມາ.ທ່ານ​ຊຽງ​ບາ​ພິງ​ໂຊກ່າວ​ວ່າ:

"ສິ່ງ​ແວດ​ລ້ອມ​ຂອງ​ຕິ​​ເບ​ດ​ເວົ້າ​ໄດ້​ວ່າ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ຂອງ​ຕິ​ເບ​ດ​ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ພົວພັນ​ເຖິງ​ບັນຫາ​ຊີວະ​ພາບ​ຂອງ​ທົ່ວ​ປະ​ເທດ​ພວກ​ເຮົາ​ກໍ່​ຄື​ທົ່ວ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,ສະ​ນັ້ນ,ລັດຖະ​ບານ​ສູນ​ກາງຈຶ່ງ​ໄດ້ເອົາ​ໃຈ​​ໃສ່​ທີ່​ສຸດ.​ເຜົ່າ​ຕິ​ເບ​ດພວກ​ເຮົາ,ຍັງ​ຈະ​ດຳລົງ​ຊີວິດ​ຕໍ່​ໄປ​ທຸກ​ເຊັ່ນ​ຄົນ​ຢູ່​ໃນ​ດິນ​ແດນ​ແຫ່ງ​ນີ້,ສະ​ນັ້ນ,ພວກ​ເຮົາ​ກໍ່​ຈະຮັກສາທຳ​ມະ​ຊາດໃນ​ດິນ​ແດນ​ແຫ່ງ​ນີ້ຄືຮັກສາໜ່ວຍ​ຕາ​ຂອງ​ພວກ​ເຮົາ​ເອງ."