ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-20 19:57:41    
ທົ່ວ​ໂລກ​ໄດ້​ສ້າງ​ຕັ້ງ​ໂຮງ​ຮຽນ​ຂົງ​ຈື້​ແລະ​ຈັດ​ຫ້ອງ​ຮຽນ​ຂົງ​ຈື້​156​ແຫ່ງ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ນັບ​ມາ​ຮອດ​ວັນ​ທີ​1​ມິ​ຖຸ​ນາ​ນີ້,​ໃນ​ທົ່ວ​ໂລກ​ໄດ້​ມີ​54​ປະ​ເທດ​ແລະ​ເຂດ​​ແຄ​ວ້ນ​ໄດ້​ສ້າງ​ຕັ້ງ​ໂຮງ​ຮຽນ​ຂົງ​ຈື້​ແລະ​ຈັດ​ຫ້ອງ​ຮຽນ​ຂົງ​ຈື້​ລວມ​156​ແຫ່ງ​ແລ້ວ.

ທ່ານ​ນາງ​ສູ​ລິນ ຫົວໜ້າ​ຫ້ອງ​ການ​ໜ່ວຍ​ນຳພາ​ການ​ເຜີຍ​ແຜ່​ພາສາ​ຈີນ​ກາງຕໍ່​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​​ແຈ້ງ​ໃຫ້​ຊາບ​ວ່າ,ປັດຈຸບັນ,ມີ205​ອົງການ​​ໄດ້​ຮ້ອງ​ຂໍ​ສ້າງ​ຕັ້ງ​ໂຮງ​ຮຽນ​ຂົງ​ຈື້​ຫຼື​ຈັດ​ຫ້ອງ​ຮຽນ​ຂົງຈື້.ຕາມ​ຄາດ​ຄະ​ເນ​ວ່າ,​ເມື່ອ​ຮອດ​ທ້າຍ​ປີ​ນີ້,ຈຳນວນ​ໂຮງ​ຮຽນ​ຂົງ​ຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ໃນ​ທົ່ວ​ໂລກ​ຈະ​ມີ​ເຖິງ200​ແຫ່ງ.

ນາງ​ສູ​ລິນ​ກ່າວ​ວ່າ,ການ​ຮຽນ​ພາສາ​ຈີນ​ສືບ​ຕໍ່ໄດ້​ຮັບ​ຄວາມ​ນິຍົມ​ຢູ່​ຕ່າງ​ປະ​ເທດ.ນາງ​ກ່າວ​ວ່າ,​ ໜ້າ​ທີ່​ສຳຄັນຂອງ​ໂຮງ​ຮຽນ​ຂົງຈື້​ແມ່ນ​ເຜີຍ​ແຜ່​ພາ​ສາ​ຈີນ​ກາງ,​ສ່ວນ​ຫຼາຍ​ແມ່ນ​ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ມື​ສ້າງ​ຕັ້ງ​ຂຶ້ນ,ຫ້ອງການ​ໜ່ວຍ​ນຳ​ພາ​ການ​ເຜີຍ​ແຜ່​ພາສາ​ຈີນ​ກາງ​ຕໍ່​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ສົ່ງ​ເສີມ​ການ​ເຜີຍ​ແຜ່​ພາ​ສາ​ຈີນກາງ​ດ້ວຍ​ຫຼາຍຊ່ອງ​ທາງ.