ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-21 17:49:55    
ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ 10 ປີ ​ເສດ​ຖະ​ກິດ​ພັດ​ທະ​ນາ​ເປັນ​ຢ່າງດີ

cri Author: cai
ໃນ​ຖານະ​ທີ່​ເປັນ​ສູນ​ກາງ​ການ​ເງິນ ການ​ຄ້າ​ແລະການ​ຂົນ​ສົ່ງ​ທາງ​ທະ​ເລທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,​ນັບແຕ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວລາ 10 ປີ​ມາ​ນີ້,​ການ​ພັດທະນາ​ຂອງ​ເສດ​ຖະ​ກິດ​ແຫ່ງ​ນີ້​ແມ່ນ​ຈຸດ​ສຸມ​ທີ່​ຄົນ​ທັງຫຼາຍ​ສົນ​ໃຈ​ຕະຫຼອດ​ມາ.ກ່ຽວ​ກັບ​ເລື່ອງ​ນີ້,ນັກ​ຂ່າວ​ວິທະຍຸ CRI ​ໄດ້​ສຳພາດ​ທ່ານ​ຖາງ​ອີງ​ນຽນ ຫົວໜ້າພະ​ແນ​ກການ​ເງິນ​ເຂດ​ບໍລິຫານ​ພິ​​ເສດ​ຮົງ​ກົງ.

ທ່ານ​ຖາງ​ອີງ​ນຽນ​ບອກ​ນັກ​ຂ່າວ​ວ່າ,​ພາຍຫຼັງຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເມື່ອ​ປີ 1997 ​ແລ້ວ,ລັດຖະ​ບານ​ສູນ​ກາງ​ໄດ້ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຂີດ,ປະ​ຊາຊົນ​ຮົງ​ກົງ​ໄດ້​ພະຍາ​ຍາມ​ພ້ອມ​ກັນ,​ແລະ​ຍັງ​ມີ​ພີ່ນ້ອງ​ຮ່ວມ​ຊາດ 1 ຕື້ 300 ລ້ານ​ຄົນ​ເອົາ​ໃຈ​ໃສ່​ແລະ​ຊ່ວຍ​ເຫຼືອ,​ໃນ​ຫຼາຍ​ປີ​ມາ​ນີ້,​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ໄດ້ຟື້ນ​ຟູ​ຢ່າງຮອບດ້ານ.

"​ໃນ 3 ປີ​ທີ່​ຜ່ານ​ມາ,​ເສດ​ຖະ​ກິດ​ໄດ້ເຕີບ​ໂຕສະ​ເລ່ຍ 7,6% ຕໍ່ປີ,ນີ້​ເວົ້າ​ສຳລັບການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແລ້ວ​ແມ່ນ​ຫາ​ຍາກ​ທີ່​ສຸດ.​ໃນ​ເວລາ​ຂ້າພະ​ເຈົ້າດຳລົງ​ຕຳ​ແໜ່​ງຫົວໜ້າ​ພະ​ແນ​ກການ​ເງິນ​ເມື່ອ​ເດືອນ​ສິງຫາ​ປີ 2003,ອັດ​ຕາ​ຫວ່າງ​ງານ​ແມ່ນ 8,6%,​ຊຶ່ງເປັນສະ​ຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ,ຫວ່າງ​ມໍ່ໆ​ນີ້,​ໄດ້​ຫຼຸດ​ລົງ​​ເຫຼືອ​ແຕ່ 4,3%,​ແມ່ນ​ສະຖິຕິ​ຕ່ຳ​ສຸດ​ໃນ 5 ປີ​ມາ​ນີ້,ສະ​ນັ້ນ,​ໃນຫຼາຍ​ດ້ານກໍ່​ໄດ້​ມີ​ການ​ເຕີບ​ໂຕຫຼາຍ​ສົມຄວນ."

ແຕ່​ວ່າ,​ໄລຍະ​ທາງຂອງ​ຮົງ​ກົງ​ໃນ 10 ປີ​ມາ​ນີ້​ບໍ່​ແມ່ນ​ທຳ​ມະ​ດາ,​​ໃນ​ໄລຍະ​ນີ້ໄດ້​ປະສົບ​ກັບການ​ທ້າ​ທາຍ​ບໍ່​ໜ້ອຍ.​ທ່ານ​ຖາງ​ອີງ​ນຽນ​ກ່າວ​ວ່າ,​ໃນ 10 ປີ​ມາ​ນີ້,ການ​ທ້າ​ທາຍໃຫຍ່​ກວ່າ​ໝູ່​ທາງ​ເສດ​ຖະ​ກິດ​ທີ່​ຮົງ​ກົງ​ໄດ້​ປະສົບ​ນັ້ນ​ກໍ່​ແມ່ນ​ວິ​ກິດ​ການ​ການ​ເງິນ​ຂອງ​ອາຊີ.​ໃຕ້​ຄວາມ​ກົດ​ດັນ​ອັນ​ມະ​ຫາ​ສານ,ລະບົບ​ເສດ​ຖະກິດ​ຂອງ​ຮົງ​ກົງ​ບໍ່​​ໄດ້ພັງ​ທະລາ​ຍ,​ແລະກໍ່​ບໍ່​ມີ​ທະນາຄານ​​ໃດ​ລົ້ມ​ລະ​ລາຍ.​ໃນ​ໄລຍະ​ນີ້,ນອກຈາກ​ຄວາມ​ພະຍາຍາມ​ຂອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເອງ​ແລ້ວ,ທ່ານ​ຖາງ​ອີງ​ນຽນ​ໄດ້​ກ່າວ​ເຖິງ​ການ​ສະໜັບສະ​ໜູນຂອງ​ລັດຖະບານ​ສູນ​ກາງເປັນ​ພິ​ເສດ.​​ໂດຍ​ສະ​ເພາະ​ແມ່ນ​ໃນ​ເດືອນ​ມິຖຸນາ​ປີ 2003,ພະ​ຍາດ​ອັກ​ເສບ​ປອດຮຸນ​ແຮງ​ຫຼື​ຊາສ໌ຫາ​ກໍ່​ຜ່ານ​ໄປ,​ໃນ​ເວລາ​ເສດ​ຖະກິດ​ຮົງ​ກົງປະສົບ​ຄວາມ​ຫຍຸ້ງ​ຍາກ​ນັ້ນ,ລັດຖະ​ບານ​ສູນ​ກາງກັບ​ອົງ​ການ​ປົກຄອງ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ກໍ່​ໄດ້​​ເຊັນ​ເອກະ​ສານ CEPA ຫຼື"ການຈັດ​ວາງ​ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ລະຫວ່າງ​ແຜ່ນ​ດິນ​ໃຫຍ່ຈີນ​ກັບ​ຮົງ​ກົງ".​ຖື​ວ່າ​ແຜ່ນດິນ​ໃຫຍ່ຈີນ​ກັບ​ຮົງ​ກົງ​ໄດ້​ສ້າງ​ການ​ພົວພັນ​ການ​ຄ້າ​ເສລີ​ຢ່າງ​ເປັນ​ທາງ​ການ,ນີ້​ກໍ່​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​​ແຜ່ນດິນ​ໃຫຍ່​ຈີນ​ກັບ​ຮົງ​ກົງ​​ແລະ​ມາ​ກາວຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ປະຫວັດ​ສາດ​ໃໝ່​ແລ້ວ.ຕໍ່​ເລື່ອງ​ນີ້,ທ່ານ​ຖາງ​ອີງ​ນຽນ​ມີ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ.ທ່ານ​ກ່າວ​ວ່າ:

"​ເມື່ອ​ມີການ​ຈັດ​ວາງ​​ແນວ​ນີ້​ແລ້ວ,ພວກ​ເຮົາ​ສາ​ມາດ​ຊຸກຍູ້​ນັກ​ທ່ອງ​ທ່ຽວ​ຂອງ​ແຜ່ນດິນ​ໃຫຍ່​​ໄປ​ທ່ຽວ​ຮົງ​ກົງ,ມາ​ຜູ້​ດຽວ​ກໍ່​ໄດ້,ນີ້​ໄດ້​ຊຸກຍູ້​ການ​ຄ້າ​ເສລີ​ເຊິ່ງກັນ​ແລະ​ກັນ."

ຫຼາຍຄົນ​ຍັງ​ໄດ້​ສົນ​ໃຈວ່າ,​ໃນ 3 ປີ​ມາ​ນີ້,ອັດຕາ​​ເຕີບ​ໂຕ​ຂອງ​ຮົງ​ກົງ​ໄດ້​ມີ​ທ່າອ່ຽງ​ຫຼຸດ​ລົງ​ໜ້ອຍ​ໜຶ່ງ,ນີ້​ໝາຍ​ຄວາມ​ວ່າ​ເສດ​ຖະກິດ​ຂອງ​ຮົງ​ກົງບໍ່​ແຂງ​ແຮງບໍ່?ທ່ານ​ຖາງ​ອີງ​ນຽນ​ເຫັນ​ວ່າ,ບໍ່​ຈຳ​ເປັນມີ​ຄວາມ​ເປັນ​ຫ່ວງຄື​ແນວ​ນັ້ນ​ເລີຍ.

"ການ​ເຕີບ​ໂຕ​ໄວ​​ເປັນ​ເວລາ​ຍາວ​ນານ​ເວົ້າ​ສຳລັບ​ລະບົບ​​ເສດຖະກິດ​ທີ່​ເປັນ​ເສດຖະກິດຕະຫຼາດ​ແລ້ວ,ມັນ​ອາດຈະ​ນຳ​ເອົາ​ຄວາມ​ກົດ​ດັນ​ອື່ນໆ​ຈຳນວນ​ໜຶ່ງມາ​ໃຫ້,ສຳຄັນແມ່ນ​ຄວາມ​ກົດ​ດັນ​ດ້ານ​ໄພ​​ເງິນ​​ເຟີ້.ສະ​ນັ້ນ,ຂ້າພະ​ເຈົ້າ​ກໍ່​ບໍ່​ຢາກ​ໃຫ້ພວກ​​ເຮົາສາມາດ​ຮັກສາ​ການ​ເຕີບ​ໂຕ​ໄວ​ຢ່າງ​ຍາວ​ນານ."

ທ່ານ​ຖາງ​ອີງ​ນຽນ​ຍັງ​ກ່າວ​ວ່າ,ການ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ໃຫ້​ເສດຖະ​ກິດຂອງ​ຮົງ​ກົງພັດ​ທະນາ​ແບບ​ຍືນ​ຍົງ​ຢ່າງ​ຍາວ​ນານ​ຈຶ່ງ​ແມ່ນ​ຂໍ​ກະ​ແຈ​ທີ່​ສຳຄັນ​ທີ່​ສຸດ.ດ້ວຍ​ເຫດນີ້,ຮົງ​ກົງ​ຍັງ​ຕ້ອງ​ວາງ​ແຜນ​​ໄລຍະ​ຍາວບາງ​ຢ່າງ. ໃນ​ຂະນະ​ທີ່​ປະສານ​ສົມທົບ​ກັບປະ​ເທດ​ຊາດ​ໃຫ້​ດີກ​ວ່າ​ເກົ່ານັ້ນ,ກໍ່​ຍັງ​ຕ້ອງນຳ​ໃຊ້​ທ່າ​ແຮງ​ຂອງ​ຮົງ​ກົງ​ທີ່​ອວ່າຍໜ້າ​ໄປ​ສູ່​ທົ່ວ​ໂລກ,ນຳ​ໃຊ້​ນັກວິຊາການ​ທີ່​ດີ​ເລີດ​ຂອງ​​ແຜ່ນດິນ​ໃຫຍ່​​ໃຫ້​ດີກ​ວ່າ​ເກົ່າ,​ໃຫ້​ແຜ່ນດິນ​ໃຫຍ່​​ແລະ​ຮົງ​ກົງຊົມ​ໃຊ້​ທ່າ​ແຮງຮ່ວມກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ.