ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-23 20:01:03    
ປີ​2006​ມີ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​1​ແສນ​6​ໝື່ນ​ຄົນ​ມາ​ຮຽນ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ສຶກສາ​ທິ​ການ​ຈີນ​ວ່າ,​ປີ​2006,ນັກ​ສຶກສາ​ປະ​ເພດ​ຕ່າງໆ​ທີ່​ຈາກ​184​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ມາ​ຮຽນ​ຢູ່​ຈີນນັ້ນ​ໄດ້ຫຼາຍ​ກວ່າ1​ແສນ6​ໝື່ນ​ຄົນ,​ເມື່ອ​ທຽບ​ກັບ​ປີ​2005​ແລ້ວ​ໄດ້​ເພີ່ມ​ຂຶ້ນ​15%.

ລັດຖະບານ​ຈີນ​ໄດ້​ຕັ້ງ​ທຶນ​ສຶກ​ສາ​ລັດ​ຖະ​ບານ​ຈີນ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ.ເພື່ອ​ເຮັດ​ໃຫ້​ນັກ​ສຶກ​ສາ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ມາ​ຮຽນ​ຢູ່​ຈີນ​ເພີ່ມ​ຂຶ້ນ,​ເລີ່ມ​ແຕ່​ປີ​2006​ເປັນ​ຕົ້ນ​ມາ,​ຈີນ​ໄດ້​ເພີ່ມ​ທຶນ​ສຶກ​ສາ​ລັດ​ຖະ​ບານ​ຈີນ​ຂຶ້ນ​ຮອດ​1​ໝື່ນ​ທຶນ​ຕໍ່​ປີ,​ພ້ອມ​ທັງ​ຍົກ​ສູງ​ມາດ​ຖານ​ຂອງ​ທຶນ​ຢ່າງ​ເໝາະ​ສົມ.