ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-24 19:17:37    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຊົມ​ເຊີຍ​ກິດ​ຈະ​ກຳ​ການ​​ເດີນ​ທາງ​ແຫ່ງ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ24​ມິຖຸນານີ້,ຢູ່​ປັກ​ກິ່ງ,ທ່ານ​ຢາງ​ເຈ​ຊື ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຄະນະ​ນັກ​ຂ່າວ​ປະ​ສົມ​"ການ​ເດີນ​ທາງ​ຢູ່​ຈີນ​ຂອງ​ການ​ເດີນ​ທາງ​ແຫ່ງ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ".

ທ່ານ​ຢາງ​ເຈ​ຊື​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ຈີນຣັດ​ເຊຍ​ແລະກິດ​ຈະ​ກຳ​ປີ​ມິດ​ຕະ​ພາບ​ຈີນຣັດ​ເຊຍ​ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ​.ທ່ານ​ກ່າວ​ເນັ້ນວ່າ,​ເດືອນ​ມີ​ນາ​ປີ​ນີ້,​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້​ພ້ອມ​ກັນ​ກຳ​ນົດ​ຫຼັກ​ການ​ແລະ​ເປົ້າ​ໝາຍ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍ​ໃນ​10ປີຕໍ່​ໜ້າ.​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຣັດ​ເຊຍ,ຕັ້ງ​ໜ້າ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ​ຣັດ​ເຊຍ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ລະ​ດັບ​ສູງ.​ທ່ານ​ຫວັງ​ໃຫ້​ສື່​ມວນ​ຊົນ​ສອງ​ປະ​ເທດ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ,​ປະ​ກອບ​ສ່ວນ​ໃຫຍ່​ກວ່າ​​ເກົ່າ​​ເຂົ້າ​ໃນ​ການ​ຊຸກ​ຍູ້​ພາ​ລະ​ກິດ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ.