ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-24 19:37:56    
ປະ​ທາ​ນາ​ທິ​ບໍ​ດີ​ຊູ​ດັງ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ດາ​ຟູ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ມິຖຸນາ​ນີ້,ຢູ່​ທຳນຽບປະທານາທິບໍ​ດີ​ທີ່​ກາກ​ຕູມ,ທ່ານ​ໂອ​ເມີ ອານ ບາ​ເຊີ ປະ​ທາ​ນາ​ທິ​ບໍ​ດີ​ຊູ​ດັງ​ໄດ້​ພົບ​ປະ​ກັບ​ທ່ານ​ລິວ​ກຸ້ຍ​ຈິ່ນ ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ບັນ​ຫາ​ດາ​ຟູ​ທີ່​ໄປ​ຢ້ຽມ​ຢາມ.

​ໃນ​ການພົບ​ປະ,ທ່ານ​ບາ​ເຊີ​ເວົ້າວ່າ,ການ​ຢ້ຽມຢາມ​ຊູ​ດັງ​ທາງ​ລັດຖະກິດ​ໃນຕົ້ນປີ​ນີ້​ຂອງ​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​​ແມ່ນ​ຫຼັກ​ໝາຍ​ທາງ​ອັນ​ໃໝ່​ໃນ​ປະຫວັດ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຊູ​ດັງ​ກັບ​ຈີນ.ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ ​ໃຫຍ່​ຫຼວງ​ເພື່ອ​ຊຸກ​ຍູ້​ໃຫ້​ບັນຫາ​ດາ​ຟູ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ,​ແລະ​ໄດ້​ເສີມ​ຂະຫຍາຍ​ບົດ ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ​ໂດຍ​ຕະຫຼອດ.

ທ່ານ​ບາ​ເຊີ​ຍັງ​ເວົ້າວ່າ,​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ລັດຖະບານ​ຊູ​ດັງ​ໄດ້​ປະ​ກາດ​ຮັບ​ເອົາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ປະ​ສົມ​ຢູ່​ດາ​ຟູ,​ອັນ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງ​ລັດ​ຖະ​ບານ​ຊູ​ດັງ​ທີ່​ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ຫາ​ດາ​ຟູ​ໄດ້​ຮັບ​ການ​ແກ້​ໄຂ.ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ລັດ​ຖະ​ບານ​ຊູ​ດັງ​ແລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ,​ສະ​ພາບ​ມະ​ນຸດ​ສະ​ທຳ​ແລະ​ຄວາມ​ປອດ​ໄພ​ຂອງ​ເຂດ​ດາ​ຟູ​ກໍ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

​ທ່ານ​ລິວ​ກຸ້ຍຈິ່ນ​ເວົ້າວ່າ,​ເລື່ອງ​ຈິງພິ​ສູ​ດ​ໃຫ້​ເຫັນ​ວ່າ,ການ​ປຶກສາ​ຫາລື​ກັນ​ລະຫວ່າງ​ສາມ​ຝ່າຍ ​ຄື ລັດຖະບານ​ຊູ​ດັງ ສະ​ຫະ​ພາບ​ອາ​ຟຼິ​ກາ​ແລະ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ກົນ​ໄກ​ແຫ່ງ​ການ​ແກ້​ໄຂ​ບັນຫາ​ທີ່​ບັງ​ເກີດ​ຜົນ.​ປະ​ຈຸ​ບັນ​ນີ້,​ປະ​ຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ພາຍ​ໃຕ້​ຂອບ​ຂອງ​ກົນ​ໄກ​ດັ່ງ​ກ່າວ,​ເລັ່ງ​ລັດ​ຂະ​ບວນ​ການ​ເມືອງ​ຂອງ​ດາ​ຟູ​ໃຫ້​ໄວ​ເຂົ້າ.