ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-24 20:26:25    
ອີ​ຣັກ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ຂອງ"ອາ​ລີ​ເຄ​ມີ"

cri
ຕາມ​ຂ່າວCRI,ວັນ​ທີ24​ມິຖຸນາ​ນີ້,ສານ​ສູງ​ອີຣັກ​ໄດ້​ປະກາດຜົນ​ການຕັດສິນ​ຄະດີ​ອັນ​ຟານ,​ໃນຈຳ​ເລີຍ6​ຄົນ,ມີ3​ຄົນ​ເຊິ່ງລວມທັງ​ທ່ານ ອາລີ​ເຄມິ ຖືກ​ຕັດສິນ​ແຂວນ​ຄໍ​ຕາຍ,​ອີກສອງ​ຄົນ​ຖືກ​ຕັດສິນ​ຕັດ​ອິດສະຫຼະພາບ​ຕະຫຼອດ​ຊີວິດ,​ອີກ​ຜູ່​ໜຶ່ງ​ຖືກ​ຕັດສິນ​ບໍ່​ມີ​ຄວາມ​ຜິດ​ຫຍັງ.

ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​3ຄົນໃນ​ອະດີດ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ຊັດ​ດາມ​ທີ່​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ນັ້ນ​ແມ່ນ​ທ່ານ ອາລີ ຮາ​ຊັນ ອານມາ​ຈິດ ທີ່​ມີ​ຊື່​ຫຼິ້ນ​ວ່າ​ອາ​ລີ ເຄ​ມີ ທີ່​ເປັນ​ນ້ອຍ​ຊາຍ​ຂອງ​ທ່ານ​ຊັດ​ດາມ,​ທ່ານ​ຊຸນ​ຕານ​ຮາ​ເຊມ ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອີຣັກ,​ແລະ​ທ່ານ​ໂຮ​ເຊ​ອິນ​ ຣາ​ຊີດ ອະ​ດີດ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ປ້ອງ​ກັນ​ສາ​ທາ​ລະ​ນະ​ລັດ. ທ່ານ​ຊາ​ເບີ ​ດູ​ລີ ອະ​ດີດ​ເຈົ້າ​ໜ້າ​ທີ່​ທີ່​ຊີ້​ນຳ​ວຽກ​ງານ​ຂ່າວ​ກອງ ​ແລະ​ທ່ານ​ຟາ​ຮານ ມຸດ​ລັກ ຜູ່​ບັນຊາ​ການ​ພະ​ແນ​ກຂ່າວກອງ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ອີ​ຣັກ​ຖືກ​ຕັດ​ສິນ​ຕັດ​ອິດ​ສະ​ຫຼະ​ພາບ​ຕະ​ຫຼອດ​ຊີ​ວິດ.​ທ່ານ​ທາ​ເຮີ ອານ​ອາ​ນີ ອະດີດ​ເຈົ້າ​ແຂວງ​ແຂວງ​ໂມ​ຊູນ ຖືກ​ຕັດສິນ​ບໍ່​ມີ​ຄວາມ​ຜິດ​ຫຍັງ.