ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-25 18:59:52    
ຈີນ​ຈະ​ຊຸກ​ຍູ້​ວຽກ​ງານ​ປັບ​ປຸງ​ຊົນ​ນະ​ບົດ​ຢ່າງ​ຫມັ້ນ​ທ່ຽງ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້, ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ກໍ່ສ້າງ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ວ່າ, ຈະ​ຊຸກ​ຍູ້​ວຽກ​ງານ​ປັບປຸງ​ ຊົນນະບົດ​ຢ່າງ​ຫມັ້ນທ່ຽງ.

ຜູ່ຣັບຜິດ​ຊອບ​ຜູ່​ນີ້​ກ່າວ​ວ່າ, ​ໃນ​ສະ​ເພາະ​ຫນ້າ​ນີ້,ຄວາມ​ປອດ​ໄພ​ຂອງ​ນ້ຳ​ດຶ່ມ ຫົນທາງ​ແລະການຄົມະ​ມນາ​ຄົມ ການ​ດັບ​ເພີງ ການປ້ອງ​ກັນ​ນ້ຳ​ຖ້ວມ​ ອະນາ​ໄມ​ແລະ​ການ​ປ້ອງ​ກັນ​ພະຍາດ​ ການວາງ​ແຜນ​​ແລະ​ການຄຸ້ມຄອງຂອງ​ປະຊາຊົນ​​ໃນຊົນນະບົດ​ມີ​ບັນຫາ​ທີ່ຕ້ອງແກ້​ໄຂ​​ໂດຍ​ດ່ວນ.ສະນັ້ນ, ຈະ​ອີງ​ໃສ່​​ເງື່ອນ​ໄຂເຮືອນ​ຢູ່ ສິ່ງ​ກໍ່ສ້າງ​ແລະ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຂອງ​​ແຕ່ລະບ້ານ​ ​ທີ່​ມີ​ຢູ່​ແລ້ວ, ຜ່ານການ​ຊີ້ນຳ​ຂອງ​ນະ​ໂຍບາຍ​ເສດຖະກິດຂອງອົງການ​ປົກຄອງ ​ໃຫ້ຊາວ​ກະສິກອນ​​ເປັນ​ເຈົ້າການ​ເຂົ້າຮ່ວມ​ແລະ​ມີການ​ສະຫນັບສະຫນູນ​ຂອງ​ສັງຄົມ​,ຮັກສາສີ​ສັນ​ແລະ​ວັດທະນະທຳພື້ນ​ເມືອງ​ຂອງ​ຊົນນະບົດ,ດັດ​ແປງ​ແລະ​ປັບປຸງ​ສິ່ງ​ກໍ່ສ້າງ​ແລະ​ສະພາບ​ແວດ​ລ້ອມ​ຂອງ​ບ້ານ​ຊົນນະບົດ​ໂດຍ​ແບ່ງ​ອອກ​ເປັນຫລາຍ​ງວດ​,​​ເພື່ອ​ປົວ​ແປງ​ສະພາບ​ແວດ​ລ້ອມ​​ຂອງ​ຊາວ​ກະສິກອນ​​ດ້ວຍແບບ​ວິທີ​ທີ່​ບໍ່​ເພີ່ມການ​ຫາບ​ແບກ​ຂອງ​​ເຂົາ​ເຈົ້າ.