ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-26 17:55:21    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ​ປະ​ເທດ​ຫນຶ່ງ​ສອງ​ລະບອບ​ໄດ້​ຫມູນ​ເດີນ​ເປັນ​ຢ່າງ​ດີ​ທີ່​ສຸດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ງານລ້ຽງ​ຮັບຮອງ​ເພື່ອ​ລະ​ລຶກຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຈີນ​ຄົບຮອບ 10 ປີ​ທີ່​ກະຊວງ​ການ​ຕ່າງປະ​ເທດອັງກິດ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 25 ມິຖຸນາ​ນີ້,ທ່ານຈອນ​​ເພຼັດສຄັອດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ,ການ​ພັດທະນາ​ຂອງ​ຮົງ​ກົງ​ໃນ 10 ປີ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ເທດ​ຫນຶ່ງ​ສອງ​ລະບອບ​ໄດ້​ຫມູນ​ເດີນ​ເປັນ​ຢ່າງ​ດີທີ່​ສຸດ.

ທ່ານ​​ເພັຼສ​ຄັອດ​ກ່າວ​ວ່າ, ຮົງ​ກົງ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ຫນຶ່ງ​ທີ່​ສຳຄັນ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ແລ້ວ.ການ​ມອບ​ຮັບ​ຮົງ​ກົງ​ຢ່າງ​ສຳ​ເລັດ​ຜົນ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອັງກິດ​ກັບ​ຈີນ​ເພີ່ມ​ທະວີ​ຂຶ້ນ,​ໃນ​ຫລາຍ​ປີ​ ມາ​ນີ້, ສະມາຊິກ​ຄະ​ນະ​ລັດ​ຖະ​ບານ​ອັງ​ກິດ​ໄປ​ຢ້ຽມຢາມ​ຈີນ​ເລື້ອຍໆ,ສອງ​ຝ່າຍ​ໄດ້​  ສ້າ​ງກົນ​ໄກ​ພັດທະນາ​ແບບ​ຍືນຍົງ​ຂຶ້ນ.

ທ່ານ​ນາງ​ຟູ້ອິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,​ເລື່ອງ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ແລະ​ອັງກິດ​ໄດ້​ສ້າງ​ແບບຢ່າງ​ຢູ່​ໃນໂລກ​ໃນ​ດ້ານ​ແກ້​ໄຂ​ບັນຫາ​ຮົງ​ກົງ, ປະ​ເທດ​ຫນຶ່ງ​ສອງລະບອບ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ນັ້ນ​ໄ​ດ້​ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮັບ​ເຫັນ​ດີ​ໂດຍ​ທົ່ວ​ໄປ,ຮົງ ກົງ​ໄດ້ຂ້າມ​ຜ່ານ​ຢ່າງຫມັ້ນທ່ຽງ​ແທ້​ຈິງ.