ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-26 19:49:20    
ຄະ​ນະ​ຜູ້​ແທນ​ໜ່ວຍ​ງານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ເດີນ​ທາງ​ໄປ​ຮອດ​ພຽງ​ຢາງ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 26 ມິຖຸນາ​ນີ້,ຄະນະ​ຜູ້​ແທນ​ໜ່ວຍ​ງານ​ອົງ​ການ​ພະລັງ​ງານ​ປະລະ​ມານູ​ສາ​ກົນ​ທີ່​ນຳ​ໂດຍ​ທ່ານ​ອໍ​ລີ ​ເຮ​ໂນ​​ເນນ ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ​ໄດ້​ເດີນທາງ​ໄປ​ຮອດ​ພຽງ​ຢາງ,​ເລີ່​ມ​ຢ້ຽມຢາມ​ສ.ປ.ປ.​ເກົາຫຼີ.

ຢູ່​ເດີ່ນຍົນ,ທ່ານ​​ເຮ​ໂນ​​ເນນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ,ໜ້າ​ທີ່​ສຳຄັນ​ຂອງ​ຄະນະ​ຜູ້​ແທນ​ໃນ​ການ​ມາ​ຢ້ຽມ​ຢາມ​ເທື່ອ​ນີ້​,ແມ່ນ​ເພື່ອ​ຫາລື​ກັບ​ຝ່າຍ​ສ.ປ.ປ.​ເກົາຫຼີ​ກ່ຽວ​ກັບ​ບັນຫາ​ລະບຽບຮັບ​ຮູ້​ການ​ປິດ​ແລະ​ຮັກສາ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍທີ່​ເຢິງປຽນ.ທ່ານ​ເຫັນ​ໄປ​ໃນ​​ແງ່​ດີ​ຕໍ່​ອະນາ​ຄົດ​ຂອງ​ການ​ເຈລະ​ຈາ​ກັບ​ຝ່າຍ​ສ.ປ.ປ.​ເກົາຫຼີ.

ວັນ​ທີ 26 ມິຖຸນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຊີ​ນກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ບັນຫາ​ເງິນ​ຝາກ​ທະນາຄານ​ຂອງສ.ປ.​ປ.​​ເກົາຫຼີ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ທີ່​ສຸດ,ຝ່າຍ​ຈີນ​ໄດ້​ຍ້ອງຍໍ​​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງທີ່​ໄດ້​​ໃຊ້ທ່າ​ທີ​ຕັ້ງໜ້າ​ແລະ​ທຳຄວາມ​ພະຍາຍາມ​ທີ່​ມີ​ລັກສະນະ​ສ້າງສັນ,​ແລະຫວັງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ສືບ​ຕໍ່​ໃຊ້​ມາດ​ຕະການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ໃຜລາວ,ຊຸກຍູ້​ໃຫ້ການ​ເຈລະຈາ 6 ຝ່າຍ​ແລະ​ຂະ​ບວນວິວັດ​​​ເຮັດ​ໃຫ້ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍໄດ້​ມີ​ການ​ຄືບ​ໜ້າ​ໃໝ່.

ວັນ​ທີ 25 ມິຖຸນາ​ນີ້,ຢູ່​ວໍ​ຊິງ​ຕັນ,ທ່ານ​ຄຼິສ​ໂຕ​ເຟີ ຮີ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​​ເມ​ລິ​ກາ​ກ່າວ​ວ່າ,ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ສ.ປ.ປ.​ເກົາຫຼີ​ມີ​ຫວັງ​ຈະ​ຢຸດຕິ​ການ​ໝູນ​ເດີນ​ພາຍ​ໃນ​ປີ​ນີ້.ທ່ານ​ຍັງ​ກ່າວ​ວ່າ,ຝ່າຍ​ຕ່າງໆ​ທີ່​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ຫວັງ​ໃຫ້​ຟື້ນ​ຟູ​ການ​ເຈລະຈາ​ໃນ​ອາທິດ​ທີ​ສອງ​ຂອງ​ເດືອນ​ກໍລະກົດ,​ແລະ​ໃນ​ທ້າຍ​ເດືອນ​ກໍລະ​ກົດ​ຈັດການ​ເຈລະຈາລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 6 ຝ່າຍ.