ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-27 11:24:27    
ແຫຼ່ງ​ແບບ​ຢ່າງ​ການ​ສຶກ​ສາ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ສ້າງ​ຕັ້ງ​ຂຶ້ນ

cri Author: shuo
ຕາມ​ຂ່າວຈາກ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ:ວັນ​ທີ26​ມິຖຸນາ​ນີ້​ແມ່ນ​ວັນ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ສາ​ກົນ,​ແຫຼ່ງ​ແບບ​ຢ່າງ​ການ​ສຶກ​ສາ​ດ້ານ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ.

ແຫຼ່ງການ​ສຶກສາ​ດ້ານ​ການຕໍ່ຕ້ານ​ຢາ​ເສບ​ຕິດ​ປັກ​ກິ່ງ​ແມ່ນ​ບ່ອນດຳ​ເນີນ​ການ​ສຶກ​ສາ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ລັກ​ສະ​ນະ​ສາ​ທາ​ລະ​ນະ​ປະ​ໂຫຍດ​ທີ່​ໄຂ​ປະ​ຕູ​ສູ່​ສັງ​ຄົມ​ຕະ​ຫຼອດ​ປີ,​ສາ​ມາດ​ດຳ​ເນີນ​ການ​ສຶກ​ສາ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ຕໍ່​ນັກ​ຮຽນ​2​ລ້ານ​ຄົນ​ຂອງ​ໂຮງ ຮຽນ​ປະ​ຖົມ​ ມັດ​ຖະຍົມ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ພ້ອມ​ດ້ວຍ​ໄທ​ເມືອງ​ອັນ​ໄພ​ສານ,​ແລະ​ສະ​ໜອງ​ການ​ອົບ​ຮົມ​ດ້ານ​ວິ​ຊາ​ຊີບ​ຕໍ່​ຜູ້​ດຳ​ເນີນ​ການ​ສຶກ​ສາ​ຕໍ່​ຕ້ານ​ຢາ​ເສບ​ຕິດ​​ໃຫ້​ເປັນ​ພະ​ນັກ​ງານ​ວິ​ຊາ​ຊີບ​ແລະ​ຜູ້​ອາ​ສາ​ສະ​ໝັກ.

​ໃນ​ມື້​ດຽວ​ກັນ,ທ່ານ​ລິວ​ຊີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ປັກ​ກິ່ງ ທ່ານ​ໂຈ່​ຢົງ​ຄ່າງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສ້າງ​ຕັ້ງ​ແຫ່ຼງ​ການ​ສຶກ​ສາ​​ແຫ່ງ​ນີ້​ແລະ​ໄດ້ຊົມ​ການ​ວາງ​ສະ​ແດງ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ.​ພວກ​ທ່ານ​ກ່າວ​ວ່າ,​ການ​ປາບຢາ​ເສບ​ຕິດ​ມີ​ຄຸນ​ງານ​ຕໍ່​ລຸ້ນ ນີ້​ແລະ​ມີ​ຜົນ​ດີ​ຕໍ່​ທຸກ​ເຊັ່ນ​ຄົນ​ລຸ້ນ​ຫຼັງ.​ຫວັງ​ໃຫ້​ແຫຼ່ງ​ການ​ສຶກ​ສາ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສົງ​ຄາມ​ປະ​ຊາ​ຊົນ​ດ້ານ​ການ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ລົງ​ສູ່​ລວງ​ເລິກ.