ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-28 12:20:46    
ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ແຕ່ງ​ຕັ້ງ​ທ່ານ​ໂທ​ນີ ​ແບຼ​ເປັນ​ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ27​ມິຖຸນາ​ນີ້,ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ,ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ ຄື ສະ​ຫະ​ປະ​ຊາ​ຊາດ ສະ​ຫະ​ພາບ​ເອີ​ລົບ ອາ​ເມ ລິ​ກາ​ແລະ​ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ,​ປະ​ກາດ​ແຕ່ງ​ຕັ້ງ​ທ່ານ​ໂທ​ນີ ​ແບຼ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ເປັນ​ທູດ​ພິ​ເສດ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

ຖະ​ແຫຼງການ​ຂຽນ​ວ່າ,​ໃນ​ຖານະ​ເປັນ​ທູດ​ພິ​ເສດ,ໜ້າ​ທີ່​ຕຳ​ແໜ່​ງຂອງ​ທ່ານ​ແບຼ​ຈະ​ລວມ​ທັງ:​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ປະ​ເທດ​ບໍ​ລິ​ຈາກ​ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ,​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ​ໃຫ້​ປະ​ຊາ​ຊົນ​ປາ​ເລັດ​ສະ​ຕິນ;​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາ​ກົນ​ເພື່ອ​ຊ່ວຍ​ລັດ​ຖະ​ບານ​ປາ​ເລັດ​ສະ​ຕິນ​ເພີ່ມ​ທະ​ວີ​ການ​ປົກ​ຄອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ສາ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ;​ວາງ​ແຜນ​ການ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປາ​ເລັດ​ສະ​ຕິນ;​ຕິດ​ຕໍ່​ພົວ​ພັນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ,​ຊ່ວຍ​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໂດຍ​ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

​ໃນ​ມື້​ດຽວ​ກັນ,ທ່ານ​ເອຮຸດ ​ໂອນ​ເມີດ ນາຍົກລັດຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ກ່າວ​ວ່າ,ທ່ານ​ແບຼ​ຈະ​ຊ່ວຍ​ປາ​ເລັດ​ສະ​ຕິນ​ສ້າງ​ຮາກ​ຖານ​ຂອງ​ການ​ສ້າງ​ຕັ້ງ​ປະ​ເທດ,​ອິດ​ສະ​ລະ​ແອນ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທຸກ​ຢ່າງ​ຕາມ​ຄວາມ​ສາ​ມາດ.​ທ່ານ​ມາຣ​ມຸດ ອາ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນກ່າວ​ວ່າ,ຈະ​ຮ່ວມ​ມື​ກັບທ່ານ​ແບຼ​ເພື່ອ​ໃຫ້​ຕາ​ເວັນ​ອອກ​ກາງ​ບັນ​ລຸ​ສັນ​ຕິ​ພາບ.​ແຕ່​ຂະ​ບວນ​ການ​ອິສ​ລາມ​ຕໍ່​ຕ້ານ​ຂອງ​ປາ​ເລັດ​ສະ​ຕິນ ຄື ອົງ​ການ​ຮາ​ມາສ​ພັດ​ກ່າວ​ປະ​ນາມ​​ທ່ານ​​ແບຼ​ເຂົ້າ​ຂ້າງ​ອິດ​ສະ​ລະ​ແອນ​ໂດຍ​ຕະ​ຫຼອດ,​ສະ​ນັ້ນ​ຈຶ່ງ ປະ​ຕິ​ເສດ​ບໍ່​ຮັບ​ເອົາ​​ເຂົາ​ເປັນ​ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

​ໃນ​ມື້​ດຽວ​ກັນ,ທ່ານ​ບຸ​ສ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ແບຼ​ຖືກ​ແຕ່ງ​ຕັ້ງ​ເປັນ​ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.