ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-29 10:52:42    
ອາ​ເມ​ລິ​ກາ​ສ​ເກົາ​ຫຼີ​ຍີ່​ປຸ່ນ​ແລະ​ຣັດ​ເຊຍ​ຫວັງ​ໃຫ້​ສປປ​ເກົາ​ຫຼີ​ເລັ່ງ​ລັດ​ປະ​ລະ​ນີວ​ເຄຼຍ

cri
ຕາມ​ຂ່າວCRI, ວັນ​ທີ28​ມິຖຸນາ​ນີ້,ຢູ່​ທີ່​ວໍ​ຊິງ​ຕັນ,ນາງ​ຄອນ​ໂດ​ລີ​ຊາ ​ໄຣສ໌ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັບ​ທ່ານ​ຊົງ​ມິນ​ຊູນ ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ​ເກົາຫຼີ​ທີ່​ໄປ​ຢ້ຽມ​ຢາມ,​ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ຫວັງ​ໃຫ້​ສປປ​ເກົາຫຼີ​ເລັ່ງລັດ​ວຽກ​ງານ​ປະລະ​ນີວ​ເຄຼຍ​ໃຫ້​ໄວ​ເຂົ້າ.​ວັນ​ທີ​28​ມິ​ຖຸ​ນາ​ນີ້,ຢູ່​ໂຕ​ກຽວ,​ໃນ​ເວລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ອາ​ເລັກ​ຊັນ​ເດີ​ໂລ​ຊິວ​ຄົຟ ຫົວ​ໜ້າ​ຄະນະ​ຜູ່​ແທນຣັດ​ເຊຍ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີ​ວ​ເຄຼຍທີ່​ໄປ​ຢ້ຽມ​ຢາມ,ທ່ານ​ຊາ​ຊາ​ອິ​ເຄ​ນິ​ຊີ​ໂລ ຫົວ​ໜ້າ​ຄະ​ນະ​ຜູ່​ແທນ​ຍີ່​ປຸ່ນ​ກ່າວ​ວ່າ,​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສປປ​ເກົາ​ຫຼີ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ໃນ​ໄລ​ຍະ​ຕົ້ນ​ແຫ່ງ​ການ​ປະ​ລະ​ນີວ​ເຄຼຍ​ໂດຍ​ໄວ.

ຂ່າວ​ແຈ້ງອີກວ່າ,​ໃນ​ເວລາ​ທີ່ທ່ານ​ຊາ​ຊາ​ອິ ​ເຄ​ນິ​ຊີ​ໂລ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂລ​ຊິວ​ຄົຟ,​ທ່ານ​ທັງ​ສອງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ເວ​ລາ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່.​ຫຼັງ​ການ​ເຈ​ລະ​ຈາ,​ທ່ານ​ໂລ​ຊິວ​ຄົຟ​ກ່າວ​ວ່າ,​ຖ້າ​ວ່າ​ສປປ​ເກົາ​ຫຼີ​ໄດ້​ສຳ​ເລັດ​ວຽກ​ງານ​ທີ່​ຄວນ​ເຮັດ​ຢ່າງ​ແທ້​ຈິງ​ແລ້ວ,​ກໍ​ອາດ​ຈະ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໃນ​ເດືອນ​ສິງ​ຫາ​ປີ​ນີ້.