ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-30 15:58:22    
ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ຈັດ​ກິດ​ຈະ​ກຳ​ສະ​ຫລອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 10 ປີ

cri
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ຫລາຍ​ມື້​ມາ​ນີ້,​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ທະ​ຍອຍ​ກັນ​ຈັດ​ກິດ​ຈະ​ກຳ​ຕ່າງ​ໆສະ​ເຫລີມ​ສະ​ຫລອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 10 ປີ.

ວັນນີ 29 ມິຖຸນາ​ນີ້,ງານ​ວາງ​ສະ​ແດງ​ການ​ຂຽນ​ງາມ​​ແລະ​ຮູບ​ແຕ້ມ​ຂອງ​ ຜູ່​ມີ​ຊື່​ສຽງ​ດ້ານ​ວັດ​ທະ​ນະ​ທຳ​ຮ້ອຍ​ທ່ານ​ໃນ​ຍຸກ​ປັດຈຸບັນ​ເພື່ອ​ລະ​ລຶກຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ໄດ້​ຈັດ​ຂຶນ​ຢູ່​ຫໍ​ວັນ​ນະ​ຄະ​ດີ​ສະ​ໄຫມ​ໃຫມ່​ຂອງ​ຈີນ, ​ໄດ້​ວາງ​ສະ​ແດງ​ຜົນ​ງານ​ການ​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ຂອງ​ບຸກຄົນ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ໃນ​ວົງ​ການ​ວັນ​ນະ​ຄະ​ດີ​ແລະ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄຫມ​ໃຫມ່ 100 ກວ່າ​ທ່ານ.

ຫວ່າງ​ມໍ່ໆ​ນີ້, ງານ​ວາງສະ​ແດງ​ຮູ​ບຖ່າຍ​ລະລຶກຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 10 ປີ​ໄດ້ຈັດ​ຂຶ້ນ​ຢູ່​ແຂວງ​ສ້າ​ນຊີກຮູບ​ຖ່າຍທີ່​ບັນທຶກ​ປະຫວັດ ສາດ​ແລະ​ສະພາບ​ປະຈຸ​ບັນ​ຂອງ​ຮົງ​ກົງ 400 ກວ່າ​ແຜ່ນ​ໄດ້​​ສະ​ແດງ​ໃຫ້​ເຫັນ​ປະຫວັດສາດ​ແລະ​ສະພາບ​ປະຈຸ​ບັນ​ຂອ​ງຮົງ​ກົງ​ຈາກ​ມຸມ​ແຈ​ຕ່າງໆ.
ງານ​ວາງສະ​ແດງ​ຮູບ​ແຕ້ມ​ຊິນ​ຈ່ຽງຮົງ​ກົງ​ທີ່​ໃສ່​ຊື່ວ່າ:ພູ​ທຽນ​ຊານ ກັບ ແມ່​ນ້ຳ​ຊ່ຽງ​ຈ່ຽງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ລູມູຊີ​ຂອງ​ເຂດ​ຊິນ​ຈ່ຽງ. ໄດ້​ວາງສະ​ແດງ​ຮູບ​ແຕ້ມ 87 ​ແຜ່ນ​ຂອງ​ນັກ​ແຕ້ມ 64 ຄົນ​ທີ່​ມາ​ຈາກ​ເຂດ​ຊິນ​ຈຽງ​ແລະ​ຮົງກົງ.