ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-30 16:00:31    
ທ່ານ​ຊາ​ຈູ​ຄາງ​ກ່າວ​ວ່າ​ຄວນ​ຮັບ​ປະ​ກັນ​ໃຫ້​ບັນລຸ​ເປົ້າ​ຫມາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ​ຕາມ​ເວ​ລາ​ກຳ​ນົດ

cri
ຕາມ​ຂ່າວ cri:ວັນ​ທີ 29 ມິຖຸນາ​ນີ້,ຢູ່​ເຊີ​ແນວ,ທ່ານ​ຊາ​ຈູ​ຄາງ​ຮອງ​ເລຂາທິການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ເສດຖະກິດ​ສັງຄົມ​ກ່າວ​ວ່າ, ປະ​ເທດທີ່​ໄດ້​ພັດທະນາ​ແລ້ວ​ບໍ່​ປະຕິບັດ​ການຊ່ວຍ​ເຫລືອ​ດ້ານ​ກາ​ພັດທະນາ​ຂອງ​ຝ່າຍທາງ​ການ​ແລະ​ການ​ເຈລະຈາ​ຮອບ​ໂດ​ຮາ​ຖືກ​ຂັດ​ຂວາງ​ໄດ້​ກະທົບ​ເຖິງ​ການ​ບັນລຸ​ເປົ້າຫມາຍ​ສະຫັດ​ສະ​ວັດດ້ານ​ການ​ພັດທະນາຂອງ​ອົງການ​ສະຫະ​ປະຊາ​ຊາດ.

​ໃນ​ງານ​ໃຫ້​ສຳພາດ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຊາ​ຈູ​ຄາງ​ກ່າວ​ວ່າ, ປະ​ເທດ​ທີ່ດ້ພັດທະນາ​​ແລ້ວບໍ່​ໄດ້​ປະຕິບັດ​ຕາມ​ຄຳ​ຫມັ້ນສັນຍາກ່ຽວ​ກັບ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ປະ​ເທດ​ພວມ​ພັດທະນາ, ທຶນ​ຊ່ອຍ​ເຫລືອ​ໃນ​ຫລາຍ​ປີ​ມາ​ນີ້​ໄດ້​ຫລຸດ​ຫນ້ອຍ​ລົງຢ່າງ​ບໍ່​ຢຸດ​ຢັ້ງ,ມູນ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນ​ບໍ່​ມີ​ຄວາມ​ປາຖະຫນາ​ດ້ານ​ການ​ເມື​ອງ.ສ່ວນ​ການ​ເຈລະຈາ​ຮອບ​ໂດ​ຮາ​ບໍ່​ໄປ​ບໍ່​ມາກໍ່​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງນຳ,ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ທັບ​ມ້າງ​ສະພາບ​ຄາ​ກັນ​ອ່າງ​ຍາງ​ໂດຍ​ໄວ, ​ເອົາ​ໃຈ​ໃສ່​ນຳ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະມາຊິກທີ່​ພວມ​ພັດທະນາ​ຢ່າງ​​ແທ້​ຈິງ, ​ເພື່ອ​ຊຸກ​ຍູ້​ສະມາຊິກທີ່​ພວມ​ພັດທະນາ​ບັນລຸ​ເ​ປົ້າຫມາຍ​ສະຫັດ​ສະ​ວັດດ້ານ​ການ​ພັດທະນາ.