ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-03 16:04:32    
ການ​ບໍລິການ​ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ຮົງ​ກົງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 2 ກໍລະກົດ​ນີ້, ທ່ານ​ຈ່າງ​ຈ້ຽນຈົ່ງ ຫົວ​ໜ້າພະ​ແນ​ກ​ແຮງ​ງານ​ແລະ​ສະ​ຫວັດ​ດີກາ​ນຂອງອໍານາດການ​ປົກຄອງ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ​ໃນ 10 ປີ​ທີ່​ຮົງ​ກົງກັບ​ຄືນ​ສູ່​ປະ​ເທດ​ຊາດ, ​ໂດຍ​ຜ່ານຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ອໍານາດການ​ປົກຄອງ​ເຂດ​ບໍລິຫານພິ​ເສດ​ຮົງ​ກົງ​ແລະ​ວົງການ​ສະຫວັດດີ​ການ​ສັງຄົມ, ການ​ບໍ​ລິ​ການ​ສະຫວັດດີ​ການ​ສັງຄົມ​ຂອງ​ຮົງ​ກົງ​ໄດ້​ຮັບຄວາມຄືບ​ໜ້າ​ຢ່າງຫຼວງຫຼາຍ.

​ໃນ​ພິທີ​ວົງ​ການ​ສະຫວັດດີ​ການ​ສັງຄົມສະຫຼອງຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 10 ປີ, ທ່ານ​ຈ່າງ​ຈ້ຽນຈົ່ງ​ແນະນຳ​ວ່າ, ​ໃນ​ສົກ​ປີ 2006 ຫາ​ປີ 2007, ​ການ​ໃຊ້​ຈ່າຍໃນ​ດ້ານ​ສະ​ຫວັດ​ດີກາ​ນຂອງອໍານາດການ​ປົກຄອງ​ເຂດ​ບໍລິຫານພິ​ເສດບັນລຸ 32 ຕື້ 800 ລ້ານ​ໂດ​ລາ​ຮົງ​ກົງ, ​ແມ່ນ​ຂົງ​ເຂດ​ທີ່​ອໍານາດການ​ປົກຄອງ​ໃຊ້​ງົບປະມານຫຼາຍທີ 2 ​ເຊິ່ງຖັດຈາກການ​ສຶກສາ. ​ໃນ 10 ມາ​ນີ້, ການ​​ໃຊ້​ງົບປະມານ​ລາຍ​ປະຈຳ​ໃນ​ດ້ານ​ສະຫວັດດີ​ການ​ສັງຄົມ​ຂອງ​ອໍານາດການ​ປົ​ກຄອງ​ໄດ້ເພີ່ມຂຶ້ນ 80%.

ທ່ານຈ່າງຈ້ຽນຈົ່ງກ່າວວ່າ, ແຕ່ປີ 1997 ມາຮອດປະຈຸບັນ, ສຳນັກງານ​ສະຫວັດດີ​ການ​ສັງຄົມກໍ່​ໄດ້​ຊ່ອຍ​ເຫຼືອ​ເງິນ​ທຶນ​​ໃຫ້​ອົງການ​ທີ່​ບໍ່​ແມ່ນ​ລັດຖະບານ​ເພີ່ມ​ຂຶ້ນຫຼາຍກວ່າ 50%.