ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-05 17:50:53    
ສານ​ສູງ​ສຸດ​ຈີນ​ຮຽກ​ຮ້ອງ​ໃຫ້​ສານ​ທຸກ​ຂັ້ນ​ຕ້ອງ​ພິ​ພາກ​ສາ​ຄະ​ດີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ກ່ຽວ​ພັນ​ເຖິງ​ຕ່າງ​ປະ​ເທດ​​ຢ່າງ​ເໝາະ​ສົມ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ4​ກໍລະກົດ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວ້ານ​ເອີ້​ຊ່ຽງ ຮອງ​ປະທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​​ຈີນ​ກ່າວ​ເນັ້ນວ່າ,ສານ​ທຸກ​ຂັ້ນ​ຂອງ​ຈີນ​ຕ້ອງ​ພິ​ພາກ​ສາ​ຄະ​ດີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ກ່ຽວ​ພັນ​ເຖິງ​ຕ່າງ​ປະ​ເທດ​ແລະ​ວິ​ສາ​ຫະກິດ​ສາມ​ປະ​ເພດ ຄື ວິ​ສາ​ຫະ​ກິດ​ທີ່​ຈີນ​ກັບ​ຕ່າງ​ປະ​ເທດ​ຮ່ວມ​ທຶນ ວິ​ສາ​ຫະ​ກິດ​ທີ່​ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ມື​ແລະ​ວິ​ສາ​ຫະກິດ​ທຶນ ຕ່າງ​ປະ​ເທດ​ນັ້ນ​ຢ່າງ​ເໝາະ​ສົມ,​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຜູ້​ກ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​ແລະ​ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍດ​ກ່ຽວ​ຂ້ອງ.

ທ່ານ​ວ້ານ​ເອີ້​ຊ່ຽງ​ກ່າວ​ເນັ້ນວ່າ,ຕ້ອງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ລົງ​ໂທດ​ການ​ກະທຳ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ,​ເອົາ​ໃຈ​ໃສ່​​ໃຊ້​ການ​ລົງ​ໂທດ​ທາງ​ແພ່ງ​ມາ​ປັບ​ໄໝ​ຜູ້​ກະ​ທຳ​ຜິດ​ຕາມ​ກົດ​ໝາຍ,​ເຮັດ​ໃຫ້​ຜູ້​ລ່ວງ​ລະ​ເມີດ​ສິດ​ໂດຍ​ເຈດ​ຕະ​ນາ​ນັ້ນ​ໄດ້​ຮັບ​ການ​ລົງ​ໂທດ​ຢ່າງ​​ເໝາະ​ສົມ.

ຫຼາຍປີ​ມາ​ນີ້,ຈີນ​ໄດ້​​ເພີ່ມ​ຄວາມ​ແຮງຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ປົກ​ປ້ອງ​ທາງ​ຕຸ​ລາ​ການ​ຕໍ່​ສິດ​ຊັບ​ສິນ​ທາງ​ປັນຍາ.​ແຕ່​ປີ2001​ເປັນຕົ້ນມາ,ສານ​ສູງ​ສຸດ​ໄດ້​ປະ​ກາດ​​ເອ​ກະ​ສານ​ຕີ​ຄວາມ​ໝາຍ​ທາງ​ຕຸລາການ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ20​ກວ່າ​ສະ​ບັບ​ທີ່​ພົວ​ພັນ​ເຖິງ​ດ້ານ​ຕ່າງໆ ​ເຊັ່ນ​ລິຂະ​ສິດ ກາ​ໝາຍ​ສິນ​ຄ້າ ສິດທິ​ບັດ ​ແນວ​ພັນ​ພືດ​ໃໝ່​ແລະ​ການ​​ແຂ່ງຂັນ​ຢ່າງ​ບໍ່​ທ່ຽງ​ທຳ​ເປັນຕົ້ນ.