ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-05 18:03:02    
ນັກ​ເສດ​ຖະ​ສາດ​ອາ​ຊີ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ຈີນ​ໃນ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ອາ​ຊີ

cri Author: shuofanghe
ຕາມ​ຂ່າວCRI:ວິ​ກິດ​ການ​ທາງ​ດ້ານການ​ເງິນທີ່​ເກີດ​ຂຶ້ນຢູ່​ອາຊີ​​ເມື່ອ​ປີ1997​​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ຊີ​ຖືກ​ກະ​ທົບ​ຢ່າງ​ຮ້າຍ​ແຮງ.​ໃນ​ໂອ​ກາດ​ທີ່​ວິ​ກິດ​ການ​ທາງ​ດ້ນ​ການ​ເງິນ​ອາ​ຊີ​ເກີດ​ຂຶ້ນ​ຄົບ​ຮອບ​10​ປີ,​ນັກ​ເສດ​ຖະ​ສາດ​ຫຼາຍ​ທ່ານ​ຂອງ​ປະ​ເທດ​ອາ​ຊີ​ຫຼື​ອົງ​ການ​ສາ​ກົນ​​ໄດ້​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ,​ຕີ​ລາ​ຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​ມີ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ອາຊີ.​ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​CRI​ທີ່​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ.

ໃນ​ເວລາ​ກ່າວ​ເຖິງບົດບາດຂອງ​ຈີນ​ໃນ​ວິ​ກິດ​ການທາງ​ດ້ານ​ການ​ເງິນ​ອາຊີ,ທ່ານ​ສົມພົບ ມະ​ນາ​ຣັງ​ສານ ຮອງ​ສາດ​ສະ​ດາ​ຈານ​ພະ​ແນກ​ເສດ​ຖະ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຸ​ລາ​ລົງ​ກອນ​​ໄທ​ຊີ້​ອອກ​ວ່າ,ຈີນ​ໄດ້​​ເຮັດໃຫ້​ສະ​ຖາ​ນະ​ການ​ບໍ່​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ.​ທ່ານ​ເວົ້າ​ວ່າ:"ກໍ​ຄື​ສິ່ງ​ທີ່​ຮູ້​ໂດຍ​ທົ່ວ​ໄປ,​ບົດ​ບາດ​ອັນ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ຈີນ​ແມ່ນ​ບໍ່​ປ່ຽນ​ແປງ​ລາ​ຄາ​ຂອງ​ເງິນ​ຢວນ,​ອັນ​ນີ້​​ໄດ້​ຊ່ວຍ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ.​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ໂດຍ​ທົ່ວ​​ໄປ​ວ່າ,​ຖ້າ​ວ່າ​​ໃນ​ຄາວ​ນັ້ນ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ປ່ຽນ​ແປງ​ຢ່າງ​ໃຫຍ່,​ເສດ​ຖະ ກິດ​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ເສດ​ຖະ​ກິດ​ອາ​ຊີ​ຍ່ອມ​ຈະ​ຖືກ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ."

ທ່ານ​ໂກ​ບາ​ຢາ​ຊິ ​ເຄອິອິຊີ​ໂຣ ນັກ​ຄົ້ນຄວ້າ​ຜູ່​ທີ​ໜຶ່ງ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແລະ​ອຸດ​ສາ​ຫະ​ກຳ​ຍີ່​ປຸ່ນ​ເຫັນ​ວ່າ:"​ໃນ​ຄາວ​ນັ້ນ,​ລັດ​ຖະ​ບານ​ຈີນ​ໄດ້​ຖະ​ແຫຼງ​ວ່າ​ຈະ​ບໍ່​ຫຼຸດ​ຄ່າ​ເງິນ​ຢວນ,​ສະ​ນັ້ນ,​ນັກ​ລົງ​ທຶນ​ຈຳ​ນວນ​ໜຶ່ງ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຈິ່ງ​ຮູ້​ສຶກ​ໄວ້​ວາງ​ໃຈ,​ໄດ້​ຄວບ​ຄຸມ​ບໍ່​ໃຫ້​ເງິນ​ຕາ​ຂອງ​ທົ່ວ​ພາກ​ພື້ນ​ອາຊີ​ໄຫຼ​ໄປ​ສູ່​ພາຍ​ນອກ​ຕື່ມ​ອີກ.​ຊຶ່ງ​ມີ​ຜົນ​ດີ​ທີ່​ສຸດ​ສຳ​ລັບ​ການ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ຂອງ​ອາ​ຊີ​ແຜ່​ລາມ​ຕື່ມ​ອີກ."

ທ່ານ​ຫວງ​ຮ້ານ​ມິ​ງ ຫົວໜ້າ​ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ກໍ​ເຫັນ​ວ່າ,ຈີນ​ໄດ້​ເປັນ​ເຈົ້າ​ການ​ທີ່​ມີ​ຜົນ​ດີ​ທີ່​ສຸດ​ໃນ​ເວ​ລາ​ອາຊີ​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ.

"ຂ້າພະ​ເຈົ້າ​ເຫັນ​ວ່າ,ປີ1998​ໄດ້​ກາຍ​ເປັນ​ຈຸດ​ສູງ​ສຸດ​ຂອງ​ວິ​ກິດ​ການ,​ໃນ​ຄາວ​ນັ້ນ,​ ໂດ​ລາ​ຮົງ​ກົງຖືກ​ກະທົບ​ໜັກ,​ໂດ​ລາ​ສິງ​ກະ​ໂປ​ແລະ​ເງິນ​ໄຕ້​ຫວັນ​ກໍ​ຖືກ​ກະ​ທົບ​ກະ​ເທືອນ​ເຊັ່ນ​ດຽວ​ກັນ.​ຖ້າ​ເງິນ​ຢວນ​ຂອງ​ຈີນ​ຫຼຸດ​ລາ​ຄາ​ກໍ​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ,​ສະ​ພາບ​ວິ​ກິດ​ການ​ຍິ່ງ​ຈະ​ໜັກ​ໜ່ວງ​ກວ່າ​ເກົ່າ.​ສະ​ນັ້ນ,​ມີ​ນັກ​ວິ​ຊາ​ການ​ກ່າວ​ວ່າ,​ໃນ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ,​ຈີນ​ໄດ້​ເປັນ​ເຈົ້າ​ການ​ດີ​ທີ່​ສຸດ."

ທ່ານກາ​ຊີ​ມາ​ຕິນ ນັກ​ເສດ​ຖະ​ສາດ​ຜູ່​ທີ​ໜຶ່ງ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເວົ້າ​ເຖິງ​ບົດ​ບາດ​ຂອງ​ຈີນ​ໃນ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ອາຊີ​ວ່າ"​ແມ່ນ​ອຸ​ທິດ​ທີ່​ມີ​ລັກ​ສະ​ນະ​ສະ​ໜັບ​ສະ​ໜູນ"

ທ່ານກ່າວ​ວ່າ, ຂ້າພະ​ເຈົ້າ​ເຫັນ​ວ່າ​ໃນ10ປີ​ກ່ອນ​ຈີນ​​ໄດ້ຊ່ອຍ​ເຫຼືອ​ປະ​ເທດ​ອາຊີ​ອາຄະ​ເນ​ຫຼາຍ​ທີ່​ສຸດ. ​ໃນ​ຄາວ​ນັ້ນ​ເງິນ​ຕາ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ພາກັນ​ຫຼຸດ​ລາຄາ, ​ແຕ່​ຈີນ​ໄດ້​ຍຶດ​ໝັ້ນ​ບໍ່​ໃຫ້​ເງິນ​ຢວນ​ຈີນ​ຫຼຸດ​ລາ​ຄາ ນີ້​ມິ​ຄວາມ​ສຳ​ຄັນ​ຫຼາຍ​ແລະ​ມີ​ຜົນ​ດີ​ຫຼາຍ​ຕໍ່​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​ຂອງ​ພາກ​ພື້ນ​ນີ້.​ນອກ​ນັ້ນ,​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້​ກໍ​ມີ​ຜົນດີ​ຕໍ່​ການ​ຟື້ນ​ຟູ​ການ​ເງິນ​ຂອງ​ປະ​ເທດ​ອ້ອມ​ຂ້າງ.

ທ່ານ​ຊາງ​ຢົງຣີ​​ສາ​ສະ​ດາ​ຈານພະ​ແນກ​ເສດ​ຖະສາດ​ຂອງ​ມະຫາ​ວິທະ​ຍາ​ໄລ​ເຊ​ອຸນ​ແຫ່ງ​ຊາດ​ສ.​ເກົາຫຼີ​ເວົ້າ​ວ່າ, ຂ້າພະ​ເຈົ້າ​ເຫັນ​ວ່າ, ຈີນ​ໄດ້ມີ​ບົດບາດ​ອັນ​ສຳຄັນ​ທີ່ສຸດ​ໃນ​ໄລຍະ​ທີ່​ປະ​ເທດ​ອາຊີ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ວິ​ກິດ​ການ​ທາງ​ດ້ານການ​ເງິນ.​ຖ້າ​ວ່າ​ໃນ​ຄາວ​ນັ້ນ​ຈີນ​ກໍ​ຄື​ກັນ​ກັບ​ປະ​ເທດ​ອາຊີ​ອື່ນໆ, ​ໃຫ້​ເງິນ​ຢວນຈີນ​ຫຼຸດ​ລາຄາ, ​ແລະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສົ່ງ​ອອກ​ສິນ​ຄ້າ, ​ເສດ​ຖະກິດ​ຂອງ​ຫຼາຍ​ປະ​ເທດ​ອາຊີ​ຈະ​ປະສົບ​ຄວາມ​ເສຍ​ຫາຍ​ຍິ່ງ​ໜັກ​ໜ່ວງ,​ແລະ​ຈະ​ຟື້ນ​ຟູ​ຄືນ​​ໃໝ່​ບໍ່​ໄດ້​ເລີຍ.​ນອກນີ້,​ໃນ​ຄາວ​ນັ້ນ​ຈີນ​ບໍ່​ພຽງ​ແຕ່​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສົ່ງ​ອອກ​ສິນ​ຄ້າ,​ຫາກ​ຍັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າ​ງວ່ອງ​ໄວ, ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງ​ປະ​ເທດ​ອາ​ຊີ, ​ເຊິ່ງ​ໄດ້​ເປັນ​ການ​​ຊ່ອຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ອື່ນໆ.