ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-06 16:08:50    
ນາຍົກ​ລັດຖະມົນຕີມາ​ເລ​ເຊຍ​ຫວັງ​ຢາກ​ດູດ​ດຶງ​ການ​ລົງທຶນ​ຈາກ​ຈີນຫຼາຍກວ່າ​ເກົ່າ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 5 ກໍລະກົດ​ນີ້, ຢູ່​ໂຈ​ໂຮ ບາ​ຮາຣູ ​ເທດສະບານ​ຂອງ​ລັດ​ໂຈ​ໂຮ, ທ່ານ​ອັບ​ດຸນ​ລາ ອັຮມັດ ບາ​ດາ​ວີ ນາ​ຍົກ​ລັດຖະມົນຕີ​ມາ​ເລ​ເຊຍ​ກ່າວ​ວ່າ, ຫວັງ​ຢາກ​ດູດ​ດຶງ​ການ​ລົງທຶນ​ຈາກ​ຈີນຫຼາຍກວ່າ​ເກົ່າ, ​ເພື່ອຮັດ​ແໜ້ນການ​ພົວພັນ​ການ​ຄ້າ​ລະຫວ່າງ​ມາ​ເລ​ເຊຍຈີນ, ​​ເຮັດ​ໃຫ້​ສອງ​ຝ່າຍ​​ຮັບ​ຜົນ​ປະ​ໂຫຍ​ດ.

​​ໃນ "​ເວທີ​ປາ​ໄສ​ການ​ຄ້າ​ລະຫວ່າງ​ມາ​ເລ​ເຊຍ​ຈີນ​ປີ 2007" ທີ່​ຈັດ​ຂຶ້ນ​ໃນມື້​ດຽວ​ກັນ, ທ່ານ​ບາ​ດາ​ວີ​ກ່າວ​ວ່າ, ມາ​ເລ​ເຊຍ​ລົງທຶນຢູ່​ຈີນ​ໄດ້​ບັນລຸ 320 ລ້ານ​ໂດ​ລາ, ​ແຕ່​ການ​ລົງທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່​ມາ​ເລ​ເຊຍ​ຍັງ​ບໍ່​ຮອດ 30 ລ້ານ​ໂດ​ລາ. ທ່ານ​ເຫັນ​ວ່າ, ​ໃນ​ຖາ​ນະ​ເປັນອົງ​ກອນເສດຖະກິດ​ໃຫຍ່​ທີ 4 ​ໃນ​ໂລກ, ຈີນ​ພວມ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່​ຕ່າງປະ​ເທ​ດຢ່າງ​ບໍ່​ຢຸດ​ຢັ້ງ. ສະ​ນັ້ນ, ມາ​ເລ​ເຊຍ​ກັບ​ຈີນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ລົງທຶນ​ຕື່ມ​ອີກ​.