ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-06 19:34:45    
ການ​ທ່ອງ​ທ່ຽວ​ຂອງ​ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ຢູ່​ໃຕ້​ການ​ຊຸກຍູ້​ຂອງ​ປັ​ດ​ໄຈ​ຕ່າງໆ ​ເຊັ່ນ ​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ ຢ່າງ​ໝັ້ນທ່ຽງ​ແລະ​ໃນ​ຄວາມ​ໄວ​ສູງ ຄວາມ​ໝັ້ນ​ໃຈ​ດ້ານ​ການ​ບໍລິ​ໂພກ​ຂອງ​ພົນ​ລະ​ເມືອງ​ເຂັ້ມ​ແຂງ​ຂຶ້ນ ພ້ອມ​ດ້ວຍ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ເປັນ​ຕົ້ນ,​ຕະ​ຫຼາດ​ການ​ທ່ອງ​ທ່ຽວ​ສາມ​ຢ່າງຂອງ​ຈີນ ຄື​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ການ​ທ່ອງ​ທ່ຽວ​ເຂົ້າ​ອອກ​ປະ​ເທດ​ກໍ​ມີ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ.

ປະຈຸ​ບັນ​ນີ້,ຈີນ​ໄດ້​ກາຍ​ເປັນ​ຕະຫຼາດທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,ວັນ​ບຸນ​ທີ່​ພັກຜ່ອນ7​ມື້​ໄດ້​ກາຍ​ເປັນ​ໄລຍະ​ທີ່​ມີ​ມວນ​ຊົນ​ອອກ​ໄປ​ທ່ຽວ​ຫຼາຍກວ່າ​ໝູ່.​ການ​ທ່ອງ​ທ່ຽວ​ເຂົ້າ​ອອກ​ຕ່າງ​ປະ​ເທດ​ກໍ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,ດຽວ​ນີ້,ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​4​ຂອງ​ໂລກ​ແລະ​ປະ​ເທດ​ທີ່​ມີ​ຄົນ​ອອກ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ໝູ່​ຂອງ​ອາ​ຊີ.​ພ້ອມ​ກັນ​ນັ້ນ,​ຂົງ​ເຂດ​ຂອງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ລະ​ບົບ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ນັບ​ມາ​ຮອດ​ທ້າຍ​ປີ​2006,​ຈີນ​ໄດ້​ມີ​ໂຮງ​ແຮມ​ລະ​ດັບ​ດາວ​1​ໝື່ນ​2​ພັນ​ແຫ່ງ,​​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​2​ໝື່ນ​ກວ່າ​ແຫ່ງ.

ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ຜູ້ຊ່ຽວຊານ,​ເມື່ອ​ຮອດ​ປີ2015,ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ໝູ່​ແລະ​ເປັນ​ປະ​ເທດ​ທີ່​ມີ​ຄົນ​ອອກ​​ໄປ​ທ່ຽວ​ຕ່າງ​ປະ​ເທດ​ຫຼາຍ​ເປັນ​ອັນ​ດັບ​4​ໃນ​ໂລກ​.