ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-07 19:43:07    
ໃນ 5 ​ເດືອນ​ຕົ້ນ​ປີ​ນີ້ ຈີນ​ມີລາຍ​ໄດ້​​ເປັນ​ເງິນ​ຕາ​ຕ່າງປະ​ເທດ​ຈາກ​ການ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ເວລາ​ດຽວ​ກັນ​ໃນ​ປີ​ກາຍ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຂໍ້​ມູນ​ສະຖິຕິ​ຫຼ້າ​ສຸດສະ​​ແດງ​​ໃຫ້​ເຫັນ​ວ່າ,ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພຶດສະພາ​ປີ​ນີ້,ຈີນ​ມີ​ລາຍ​ໄດ້​ເປັນ​ເງິນຕາ​ຕ່າງປະ​ເທດ​ຈາກ​ການທ່ອງທ່ຽວ 14 ຕື້ 800 ລ້ານ​​ໂດ​ລາ,​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ເວລາ​ດຽວ​ກັນ​ໃນ​ປີ​ກາຍ.​ໃນ​ນັ້ນ,ຈຳນວນ​ຄົນ​ໄປ​ທ່ຽວ​ຕ່າງປະ​ເທດ​ໄດ້​ລື່ນ​ກາຍ 16 ລ້ານ​ເທື່ອ​ຄົນ,​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເມື່ອທຽບ​ໃສ່​ເວລາ​ດຽວ​ກັນ​ໃນ​ປີ​ກາຍ.

ທ່ານ​ຊ້າ​ວຊີ​ເຫວີຍ​ ຫົວໜ້າ​ກົມທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ຜູ້​ເຂົ້າມາ​ທ່ຽວ​ແລະ​ແຮມ​ຄືນ​ຢູ່ຈີນ​ໃນ​ໝົດ​ປີ​ມີ 53 ລ້ານ 6 ​ແສນ​ເທື່ອ​ຄົນ​ແລະ​ສ້າງ​ລາຍ​ໄດ້​ເປັນ​ເງິນຕາ​ຕ່າງປະ​​ເທດ​ຈາກ​ການທ່ອງ​ທ່ຽວ 37 ຕື້​ໂດ​ລາ,​ຫວ່າງ​ມໍ່ໆ​ນີ້,ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໂຄສະນາ​ການທ່ອງທ່ຽວ​ຕື່ມ​ອີກ​ໂດຍ​ແນ​ໃສ່​ຕະຫຼາດ​ສຳຄັນ​ຄື​ຍີ່ປຸ່ນ ສ.​ເກົາຫຼີ ຣັດ​ເຊຍ ອາ​ຊຽນ ອົສຕຼາລີ​ ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ.